ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ອີຕາລີ

(VOVWORLD) - ອີຕາລີ ຍູ້ແຮງການລົງທຶນ FDI ເຂົ້າ ຫວຽດນາມ ໃນບັນດາຂົງເຂດມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ການຜະລິດເຄື່ອງກົນຈັກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ການຄົມມະນາຄົມ… 
 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ອີຕາລີ - ảnh 1ທ່ານ Ivan Scalfarotto ແລະ ທ່ານ ຫງວຽນຊວນຟຸກ 

ທີ່ການຕ້ອນຮັບທ່ານ Ivan Scalfarotto, ຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ອີຕາລີ ໃນຕອນບ່າຍວັນທີ 28 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ອີຕາລີ ຍູ້ແຮງການລົງທຶນ FDI ເຂົ້າ ຫວຽດນາມ ໃນບັນດາຂົງເຂດມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ການຜະລິດເຄື່ອງກົນຈັກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ການຄົມມະນາຄົມ… ລັດຖະບານ ຫວຽດນາມ ກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ອີຕາລີ ທຳມາຫາກິນຢ່າງສະດວກ, ປະສົບຜົນສຳເລັດຢູ່ ຫວຽດນາມ. ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສົມທົບກັນຜັນຂະຫຍາຍແຜນການເຄື່ອນໄຫວຄູ່ຮ່ວມມືຍຸດທະສາດປີ 2017 – 2018, ສືບຕໍ່ເຈລະຈາຂັ້ນຍຸດທະສາດໃນບັນດາຂົງເຂດການທູດ, ການປ້ອງກັນຊາດ…; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ອີຕາລີ ຈະຊຸກຍູ້ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ.

        ສ່ວນທ່ານຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ອີຕາລີ Ivan Scalfarotto ໃຫ້ຮູ້ວ່າ: ລັດຖະບານກໍ່ຄືບັນດາວິສາຫະກິດອີຕາລີຕີລາຄາສູງລັດຖະບານ ຫວຽດນາມ ໃນການເປີດປະຕູທຳມາຫາກິນ, ຫັນການຄ້າເປັນເສລີ…

ຕອບກັບ

ຂ່າວ/ບົດ​ອື່ນ