ນາຍົກລັດຖະມົນຕີ ຫງວຽນເຕີນຢຸງສະເໜີກະກຽມປີໃໝ່ຢ່າງຮອບຄອບຖີ່ຖ້ວນ

ນາຍົກລັດຖະມົນຕີ ຫງວຽນເຕີນຢຸງສະເໜີກະກຽມປີໃໝ່ຢ່າງຮອບຄອບຖີ່ຖ້ວນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ

(vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຫາກໍ່​ສົ່ງ​ໂທລະ​ເລກ​ທາງ​ການ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈຶ່ງຮັບປະ​ກັນ​ແຫຼ່ງສະໜອງ​ສິນຄ້າ, ຄຸນ​ນະພາ​ບ​ປອດ​ໄພ​ຂອງ​ສະບຽງ​ອາ​ຫານ, ຮັບປະ​ກັນ​ຄວາມ​ສະຫງົບ​ປອດ​ໄພ.​​..​ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ 2013 ປີ ມະ​ເສ​ງ. ​ໂທລະ​ເລກ​ທາງ​ການ​ໄດ້​ລະບຸວ່າ: ບັນດາ​ກະຊວງ​, ຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ​ຄວນ​ສຸມ​ໃສ່​ກວດກາ​ການ​ປະຕິບັດ​ບັນດາ​ແຜນການ​ຮັບປະກັນ​ແຫຼ່ງສະໜອງ​ສິນຄ້າ​​​​ໄລຍະ​ບຸນປີ​ໃໝ່ຢ່າງ​ທັນ​ການ, ​ປັບ​ໄໝ​ລົງ​ໂທດ​ຜູ້​ທີ່​ມີ​ການ​ສວຍ​ໂອກາດ​​ໃນ​ຍາມບຸນປີ​ໃໝ່​ເພື່ອ​ຂຶ້ນ​ລາຄາ​ຜິດ​ປົກກະຕິ​ຢ່າງ​ເດັດ​ດຽວ. ຢືດໝັ້ນ​ບໍ່​ປະ​ໃຫ້​ຂາດ​ແຄນ​ສິນ​ຄ້າ, ​ລາຄາ​ຂຶ້ນ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ສິນຄ້າ​ຈຳ​ເປັນ​ຮັບ​​ໃຊ້​ຊີວິດ​ຂອງ​ປະຊາຊົນ ​ແລະ ບັນດາ​ເຂດ​​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ທະ​ເລ, ໝູ່​ເກາະ.

        ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ປະຕິບັດ​ບັນດາ​ລະບອບ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່​ບັນດາ​ຄອບຄົວ​ທຸກ​ຍາກ, ພໍ່​ແມ່​ປະຊາຊົນ​ຊົນບັນດາ​ເຜົ່າ​ສວນ​ໜ້ອຍ, ​ເປົ້າ​ໝາຍ​ນະ​ໂຍບາຍ​ໃນ​ບໍລິ​ເວນ​ທ້ອງ​ຖີ່​ນ​ຢ່າງ​ທັນ​ການ, ຂົນຂວາຍ​ບັນດາ​ອົງການ, ສ່ວນ​ບຸກຄົນ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ເພີ່ມ​ເຕີມ​ໃຫ້​ຄົນ​ທຸກ​ຍາກ​ໃນ​ວົງ​ຄະນະ​ຍາດ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ອົບ​ອຸ່ນ.

ຂ່າວ/ບົດ​ອື່ນ