(vovworld) – ຫວຽດນາມ ຖືເປັນສຳຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ຕອນບ່າຍວັນທີ 27/6, ທີ່ການຕ້ອນຮັບລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ລາວ ທ່ານ ສິນລະວົງ ຄຸດໄພທູນ ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນໜັກສິ່ງດັ່ງກ່າວ ແລະ ຊີ້ແຈ້ງວ່າ 2 ປະເທດມີຫຼາຍຈຸດທີ່ຄ້າຍຄືກັນ, ດັ່ງນັ້ນ, ເລື່ອງແລກປ່ຽນ, ຮຳ່ຮຽນເອົາບົດຮຽນ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນແມ່ນຈຳເປັນທີ່ສຸດໃຫ້ແກ່ທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ແລກປ່ຽນກັບລາວໃນບັນດາຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງຫ້ອງວ່າການລັດຖະບານ 2 ປະເທດ.