ນາຍົກລັດຖະມົນຕີ ອັງກິດ ກຳນົດເວລາປ່ອນບັດກ່ຽວກັບຂໍ້ຕົກລົງ Brexit

(VOVWORLD) - ຄາດວ່າ, ສະພາແຫ່ງຊາດ ອັງກິດ ຈະດຳເນີນການປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ໃນວັນທີ 11 ທັນວາ...

ນາຍົກລັດຖະມົນຕີ ອັງກິດ ກຳນົດເວລາປ່ອນບັດກ່ຽວກັບຂໍ້ຕົກລົງ Brexit - ảnh 1

 ທ່ານປະທານສະພາເອີລົບ Donald Tusk ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Theresa May

(ພາບ: AFP/ TTXVN)

ວັນທີ 11 ທັນວາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ຖະແຫຼງກຳນົດເວລາຈັດຕັ້ງການປ່ອນບັດກ່ຽວກັບຂໍ້ຕົກລົງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU), ຫຼື ຍັງເອີ້ນວ່າ Brexit, ໃນວັນທີ 21 ມັງກອນ 2019.

        ຕາມແຜນການເບື້ອງຕົ້ນແລ້ວ, ຄາດວ່າ, ສະພາແຫ່ງຊາດ ອັງກິດ ຈະດຳເນີນການປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ໃນວັນທີ 11 ທັນວາ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນວັນທີ 10 ທັນວາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ May ໄດ້ຕັດສິນໃຈໂຈະການປ່ອນບັດຮັບຮອງຂໍ້ຕົກລົງ Brexit ທີ່ສະພາຕ່ຳ. ທ່ານນາງນາຍົກລັດຖະມົນຕີ ອັງກິດ ຫວັງວ່າເລື່ອງໂຈະແຜນການປ່ອນບັດຈະຊ່ວຍໃຫ້ທ່ານນາງມີເວລາເພື່ອຊອກຫາບັນດາຄວາມປານິປານອມອື່ນໆຈາກ EU ເພື່ອເຮັດໃຫ້ຫາງສຽງ ອັງກິດ ມີຄວາມເພິ່ງພໍໃຈ. ຄາດວ່າ, ທ່ານນາງ May ຈະເຂົ້າຮ່ວມກອງປະຊຸມກັບສະພາເອີລົບ ໃນວັນທີ 13 ທັນວາ ຈະມາເຖິງເພື່ອຊອກຫາການສະໜັບສະໜູນ.    

ຕອບກັບ

ຂ່າວ/ບົດ​ອື່ນ