ນາຍົກລັດຖະມົນຕີລີບີAbdulladAlThaniຮັບດຳລົງຕຳແໜ່ງ

ນາຍົກລັດຖະມົນຕີລີບີAbdulladAlThaniຮັບດຳລົງຕຳແໜ່ງ - ảnh 1
ນາ​ຍົກລັດ​ຖະ​ມົນ​ຕີ ລີ​ບີ Abdullah al-Thinni.
(ພາບ: ສຳ​ນັກ​ຂ່າວ​ສານ ຊິນ​ຮ​ວາ/TTXVN)

(vovworld) - ວັນ​ທີ 28/9, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ​ບີ Abdullah Al Thinni ພ້ອມ​ກັບ​ຄະ​ນະ​ລັດ​ຖະ​ບານ ສະ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ​ພາຍຫຼັງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ. ລັດ​ຖະ​ບານ​ໃໝ່​ຢູ່ ລີ​ບີ ລວມ​ມີ​ສະ​ມາ​ຊິກ 13 ທ່ານ, ໃນ​ນັ້ນ​ມ​ີຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 3 ທ່ານ ແລະ ລັດ​ຖະ​ມົນ​ຕີ 10 ທ່ານ. ລັດ​ຖະ​ບານ​ໃໝ່​ບໍ່​ມີ​ລັດ​ຖະ​ມົນ​ຕີນ້ຳ​ມັນ​ບໍ່​ແຮ່ ຍ້​ອນ​ວ່າ ຂົງ​ເຂດນ້ຳ​ມັນ​​ບໍ່ແຮ່​ໂດຍ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ບໍ່​ແຮ່​ແຫ່ງ​ຊາດ​ຄຸ້ມ​ຄອງ. ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຍັງ​ເປົ່າ​ຫວ່າງ ແລະ ​ເສ​ນາ​ທິ​ການ​ໃຫຍ່​ຈະ​ບໍ​ລິ​ຫານກອງ​ທັບ. ກ່ອນ​ໜ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abdullah Al Thinni ຈະ​ຍື່ນ​ບັນ​ຊີ​ລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ລວມ​ມີ​ສະ​ມາ​ຊິກ 16 ທ່ານ, ແຕ່​ຖືກ​ສ​ະ​ພາ​ແຫ່ງ​ຊາດ​ປະ​ຕິ​ເສດ​ 2 ເທື່ອ ຍ້ອນ​ຖື​ວ່າ​ຂອບ​ຂະ​ໜາດ​ຂອງ​ລັດ​ຖະ​ບານ​ໃນ​ໄລ​ຍ​ະ​ວິ​ກິດ​ການ​ຄື​ແນວນັ້ນ​ແມ່ນຫຼາຍ​ໂພດ.


ຂ່າວ/ບົດ​ອື່ນ