ນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີອິນເດຍ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ຍ່າງກວດກອງກຽດຕິຍົດ |
(vovworld)- ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 2-3/9/2016. ພິທີຕ້ອນຮັບໄດ້ຖືກຈັດຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 3/9 ຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ໄປຢ້ຽມຊົມບ່ອນຢູ່ ແລະ ບ່ອນເຮັດວຽກຂອງປະທານໂຮ່ຈິມິນໃນເຂດອະນຸສອນສະຖານປະທານໂຮ່ຈິມິນໃນບໍລິເວນສຳນັກງານປະທານປະເທດ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ດຳເນີນການເຈລະຈາ.
ຖັດຈາກນັ້ນ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi, ຜູ້ຕ່າງໜ້າບັນດາກະຊວງ ຂະແໜງການຂອງ 2 ປະເທດໄດ້ເຊັນເອກະສານຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີທັງ 2 ໄດ້ເຂົ້າຮ່ວມການປະຊຸມກັບນັກຂ່າວ.