ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອົງມົງກຸດລາຊະກຸມມານອັງກິດ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບອົງມົງກຸດລາຊະກຸມມານອັງກິດ - ảnh 1
ທ່ານ William Arthur Philip Louis ແລະ ທ່ານ ຫງວຽນ​ຊວນ​ຟຸກ
ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 16/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບອົງ​ມົງ​ກຸດ​ລາ​ຊະ​ກ​ຸມ​ມານ ອັງ​ກິດ William Arthur Philip Louis ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ​ໃນ​ການ​ຢ້ຽມ​ຢາມ​ເປັນ​ຄັ້​ງ​ທຳ​ອິດ​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ລາ​ຊະ​ອາ​ນາ​ຈັກ ອັງ​ກ​ິດ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ ອົງ​ມົງ​ກຸດ​ລາ​ຊະ​ກ​ຸມ​ມານ​​ອັງ​ກິດ ສະ​ໜັບ​ສະ​ໜູນ, ມີ​ມາດ​ຕ​ະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ກາ​ນ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ 2 ປະ​ເທດ​ຮ່ວມ​ມື​ຮອບ​ດ້ານ, ເລິກ​ເຊິ່ງໃນ​ຂົງ​ເຂດນີ້​ກ່​ວາ​ອີກ ເພື່ອ​ໃຫ້​ນັກ​ສຶກ​ສາ ຫວຽດ​ນາມ ສຳ​ພັດ​ກັບ​ລະ​ບົບ​ການ​ສຶກ​ສາມ​ີ​ຄຸ​ນ​ນະ​ພາບ​ສູງ​ຂອງ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ອວຍ​ພອນ​ໃຫ້ ອົງ​ມົງ​ກຸດ​ລາ​ຊະ​ກ​ຸມ​ມານ​​ອັງ​ກິດ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຂາຍ​ບັນ​ດາ​ສັດ​ປ່າ, ​ພຶກ​ສາ​ຊາດຜິດ​ກົດ​ໝາຍ.

ອົງ​ມົງ​ກຸດ​ລາ​ຊະ​ກ​ຸມ​ມານ​​ອັງ​ກິດ William Arthur Philip Louis ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອະ​ນຸ​ລັກ​ຮັກ​ສາ​ສັດ, ພຶກ​ປ່າ​ຂອງ ຫວຽດ​ນາມ ແລະ ຖື​ວ່າ​ເລື່ອງ​ເພີ່ມ​ທະ​ວີ​​ລະ​ບຽບກົດ​ໝາຍ​ໃນ​ບັ້ນ​ເຄື່ອນ​ໄຫວ​ນີ້​ຢູ່ ຫວຽດ​ນາມ ອາ​ດ​ຈະ​ກາຍ​ເປັນ​ຮູບ​ແບບ​ເພື່ອ​​ໃຫ້ປະ​ເທດ​ອື່ນໆ​​ເຮັດ​ຕາມ.

​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ກໍ່​ໄດ້​ໃຫ້​ການ​ຕ້ອນ​ຮັບອົງ​ມົງ​ກຸດ​ລາ​ຊະ​ກ​ຸມ​ມານ ອັງ​ກິດ ຢ່າງ​ສະ​ໜິດ​ສະ​ໜົມ.


ຂ່າວ/ບົດ​ອື່ນ