ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເສນາທິການໃຫຍ່ກອງທັບອີນເດຍ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຢືນຢັນວ່າ ຫວຽດນາມສະໜັບສະໜູນນະໂຍບາຍ “ ກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງລັດຖະບານອີນເດຍ
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເສນາທິການໃຫຍ່ກອງທັບອີນເດຍ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ວັນທີ 4 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານປະທານຄະນະກຳມະການເສນາທິການໃຫຍ່ ທັງເປັນຜູ້ບັນຊາການທະຫານເຮືອອີນເດຍ Sunil Lanba, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຢືນຢັນວ່າ ຫວຽດນາມສະໜັບສະໜູນນະໂຍບາຍ “ ກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງລັດຖະບານອີນເດຍ. ດ້ວຍຖານະເປັນສະມາຊິກອັນຕັ້ງໜ້າຂອງອາຊຽນ ແລະ ເປັນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງອິນເດຍ, ພ້ອມທັງເປັນປະເທດມີບົດບາດປະສານງານການພົວພັນອາຊຽນ-ອິນເດຍ, ຫວຽດນາມຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຢ່າງບໍ່ຢຸດຢັ້ງເຂົ້າໃນການຊຸກຍູ້, ເພີີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ, ພ້ອມກັນນັ້ນ, ຫວຽດນາມສະໜັບສະຫນູນເລື່ອງອິນເດຍເພີ່ມທະວີການເຂົ້າຮ່ວມໃນການຮ່ວມມືອາຊີຕາເວັນອອກ, ສະໜັບສະໜູນອິນເດຍເປັນກຳມະການປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ເປີດກ້ວາງ.

    ສວ່ນທ່ານປະທານຄະນະກຳມະການເສນາທິການໃຫຍ່ ທັງເປັນຜູ້ບັນຊາການທະຫານເຮືອອີນເດຍ Sunil Lanba ຕີລາຄາວ່າ 2 ປະເທດມີການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດພວມພັດທະນາຢ່າງດີງາມ. ທ່ານໃຫ້ຮູ້ວ່າ ອິນເດຍຈະຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກ່ວາອີກກັບຫວຽດນາມໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ