ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງອອກຄຳສັ່ງລົງມື້ກໍ່ສ້າງໂຄງການສະໜອງໄຟຟ້າແຫ່ງຊາດຢູ່ກຽນຢາງ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງອອກຄຳສັ່ງລົງມື້ກໍ່ສ້າງໂຄງການສະໜອງໄຟຟ້າແຫ່ງຊາດຢູ່ກຽນຢາງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ບັນດາຜູ້ແທນ
ປະຕິບັດພິທີລົງມື້ກໍ່ສ້າງ (ພາບ: duyhung/TTXVN)


(vovworld) - ​ ວັນ​ທີ 4/9, ຢູ່​ທ່າ​ກ່ຳ​ປັ່ນ ​ແສວ​ເຍົ່າ, ຕາ​ແສງ ​ເຕີນ​ແທງ, ​ເມືອງ ອານ​ມິ​ງ, ແຂວງ ກຽນ​ຢາງ, ບໍລິ​ສັດ​ໃຫຍ່​ໄຟຟ້າ​ພາກ​ໃຕ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກຽນ​ຢາງ ຈັດ​ຕັ້ງ​ພິທີລົງ​ມື້​ກໍ່ສ້າງ​ໂຄງການ​ສະໜອງ​ໄຟຟ້າ​ແຫ່ງຊາດ​ໃຫ້ ຕາ​ແສງ​ເກາະ ລ້າຍ​ເຊີນ ​ເມ​ືອງ ກຽນ​ຫາຍ ​ແຂວງ ກຽນ​ຢາງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ​ໂຄງການ​ສະໜອງ​ໄຟຟ້າ​ແຫ່ງ​ຊາດ​ໃຫ້​ ຕາ​ແສງ​ເກາະ ລ້າຍ​ເຊີນ ​ແຂວງ ກຽນ​ຢາງ ​ແມ່ນ​ໂຄງການ​ມີ​ຂະໜາດ​ໃຫຍ່​ທີ່​ສຸດ, ​ເປັນ​​ເທື່ອ​ທຳ​ອິດ​ໄດ້​ຮັບ​ການປະຕິບັດ​ຢູ່​ແຂວງ ກຽນ​ຢາງ, ສາມາດ​ສະໜອງ​ປະລິມານ​ໄຟ​ຟ້ານັບ​ຮ້ອຍລ້ານ Kwh/ປີ. ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ​ໃຫ້​ຕາ​ແສງ​ເກາະ ລ້າຍ​ເຊີນ ​ແລະ ບັນດາ​ຕາ​ແສງ​ເກາະ​ອື່ນໆ​ຂອງ​ແຂວງ ກຽນ​ຢາງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ຊະຊາ​ຊົນ, ຊຸກຍູ້ການ​ລົງທຶນ, ​ການເຕີບ​ໂຕ​ເສດຖະກິດ; ປະຕິບັດ​ຄາດໝາຍ​ພັດທະນາ​ເສດຖະກິດທະ​ເລ, ​ເກາະ ​ແລະ ​ແຄມ​ທະ​ເລ, ພ້ອມ​ທັ​ງ ກໍ່ສ້າງ​ລະບົບ​ເກາະ​​ໃຫ້ກາຍ​ເປັນຂະໜານ​ປ້ອງ​ກັນ​ຢ່າງ​ໝັ້ນຄົ​ງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ​ແຫ່ງ​ຊາດ​ບັນດາ​ເຂດ​ທະ​ເລ, ​ເກາະ​ຂອງ​ປະ​ເທດ.

ຂ່າວ/ບົດ​ອື່ນ