ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບປະທານສະພາສູງຂອງຍີ່ປຸ່ນ

(VOVWORLD)-ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດອາຊຽນ ຄັ້ງທີ 23 ວັນທີ 06 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບ ທ່ານປະທານສະພາສູງຍີ່ປຸ່ນ Date Chuichi.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບປະທານສະພາສູງຂອງຍີ່ປຸ່ນ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ພົບປະກັບປະທານສະພາສູງຂອງຍີ່ປຸ່ນ)

ສອງຝ່າຍມີຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງເຂັ້ມແຂງ, ຮອບດ້ານ ແລະ ເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຍີ່ປຸ່ນ ຢ່າງເລິກເຊິ່ງກວ້າງຂວາງ. ສອງຝ່າຍເປັນເອກະພາບ ຖືວ່າສອງປະເທດມີເງຶ່ອນໄຂຄົບຖ້ວນເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືໃນໄລຍະຈະມາເຖິງເລິກເຊິ່ງກວ່າອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍເປີດກວ້າງການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດ; ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການປະຕິບັດນິຕິບັນຍັດ; ເສີມຂະຫຍາຍບົດບາດຂົວຕໍ່ຂອງບັນດາອົງການຈັດຕັ້ງສະມາຊິກສະພາແຫ່ງຊາດ (ສ.ສ.ຊ) ມິດຕະພາບສອງປະເທດ; ເພີ່ມທະວີການສົມທົບ, ຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດຍີ່ປຸ່ນ ຢູ່ບັນດາເວທີປາໄສລັດຖະສະພາແຫ່ງຊາດພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາຖະໜາວ່າສະພາແຫ່ງຊາດຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນຫລັກໝັ້ນຂອງອາຊຽນ ແລະ ຫວຽດນາມກ່ຽວກັບບັນຫາທະເລຕາເວັນອອກຢ່າງເຂັ້ມແຂງ.

ທ່ານປະທານສະພາສູງ Date Chuichi ຕີລາຄາສູງກ່ຽວກັບການພັດທະນາເສດຖະກິດຂອງຫວຽດນາມໃນຊຸມປີຜ່ານມາ, ຢັ້ງຢືນຄວາມສຳຄັນເພີ່ມທະວີການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານລະຫວ່າງສອງປະເທດ ແລະ ຈະຊ່ວຍໜູນໃຫ້ລັດຖະບານຍີ່ປຸ່ນ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນຫວຽດນາມໃນການພັດທະນາເສດຖະກິດ-ສັງຄົມກວ່າອີກ. ທ່ານປະທານສະພາສູງ Date Chuichi ກໍ່ໄດ້ສະແດງຄວາມປາຖະໜາວ່າ ລັດຖະບານຫວຽດນາມຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດເພື່ອຊຸກຍູ້ການລົງທຶນຍີ່ປຸ່ນເຂົ້າຫວຽດນາມ, ໃນນັ້ນມີບັນດາການເຄື່ອນໄຫວຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ໃນການພົບປະ, ສອງຝ່າຍໄດ້ເປັນເອກະພາບກັນເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ພົບປະແລກປ່ຽນກັບທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ພິເສດແມ່ນເນື່ອງໃນໂອກາດສະເຫລີມສະຫລອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ