ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມເຂດປົກຄອງພິເສດ ຮົງກົງ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມເຂດປົກຄອງພິເສດ ຮົງກົງ - ảnh 1
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເດີນ​ທາງ​​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ພິ​ເສດ ຮົງ​ກົງ​ແຫ່ງ​ປະ​ເທດ​ຈີນ


(vovworld)- ຕອນ​ເຊົ້າ​ວັນ​ທີ 14/9, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເດີນ​ທາງ​ອອກ​ຈາກ​ປັກ​ກິງ, ໄປ​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ພິ​ເສດ ຮົງ​ກົງ​ແຫ່ງ​ປະ​ເທດ​ຈີນ. ໃນ​ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ກ່າວຄຳ​ປາ​ໄສທີ່​ເວ​ທີ​ປາ​ໄສ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ​ຫວຽດ​ນາມ-ຮົງ​ກົງ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ :

    “ ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ພວມ​ລໍ່​ຖ້າ​ພວກ​ເພື່ອນ, ຫວັງ​ວ່າ ພວກ​ເພື່ອນ​ສືບ​ຕໍ່​ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ເພື່ອ​ພ້ອມ​ກັນ​​ພັດ​ທະ​ນາ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ວ່າ ຫວຽດ​ນາມ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຮົ່ງ​ກົງ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ຊຶ່ງ​ຕົນ​ມີ​ທ່າ​ແຮງ​ຄື ທະ​ນາ​ຄານ, ການ​ເງິນ, ການ​ປະ​ກັນ​ໄພ, ການ​ບໍ​ລິ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ….  ”

       ສ່ວນ​ໃນ​ບົດ​ປາ​ໄສ​ຂອງ​ຕົນ, ຜູ້​ຮັກ​ສາ​ການ​ເຂດ​ປົກ​ຄອງ​ພິ​ເສດ​ຮົງ​ກົງ ທ່ານ Rimsky Yeun ໄດ້​ຕີ​ລາ​ຄາ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຮົ່ງ​ກົງ ແລະ ຫວຽດ​ນ​າມ​ພວມ​ພັດ​ທະ​ນາ​ທຸກ​ດ້ານ. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື 10 ສະ​ບັບ ແລະ ຂໍ້​ຜູກ​ພັນ​ດ້ານ​ການ​ຄ້າ​ລວມ​ມູນ​ຄ່າ​ເຖິງ 10 ຕື້ USD.

     ໃນ​ຕ​ອນ​ບ່າຍຂອງວັນ​ດຽວ​ກັນ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບາງ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່​ຢູ ່​ຮົ່ງ​ກົງ.
ຂ່າວ/ບົດ​ອື່ນ