ນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກເດີນທາງເຖິງນະຄອນຫຼວງໂຕກຽວເພື່ອເຂົ້າຮ່ວມພີທີຂຶ້ນຄອງລາດຂອງພະເຈົ້າຈັກກະພັດຍີ່ປຸ່ນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ຈະເຂົ້າຮ່ວມບັນດາເຫດການຕົ້ນຕໍຂອງພິທີຂຶ້ນຄອງລາດແລະຈະມີບັນດາການພົບປະສອງຝ່າຍກັບການນຳຂອງບັນດາປະເທດທີ່ເຂົ້າຮ່ວມໃນພິທີດັ່ງກ່າວຈຳນວນໜຶ່ງ.

ຕອນເຊົ້າວັນທີ 22 ຕຸລາ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມໄດ້ເດີນທາງເຖິງສະໜາມບິນສາກົນ Narita, ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ເພື່ອເຂົ້າຮ່ວມງານພິທີຂຶ້ນຄອງລາດຂອງພະເຈົ້າຈັກກະພັດNaruhitoຍີ່ປຸ່ນ, ຕາມຄຳເຊື້ອເຊີນຂອງລັດຖະບານຍີ່ປຸ່ນ. ໃນໄລຍະສອງວັນ(22-23 ຕຸລາ)ຢູ່ ຍີ່ປຸ່ນ, ຄາດວ່າທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ຈະເຂົ້າຮ່ວມບັນດາເຫດການຕົ້ນຕໍຂອງພິທີຂຶ້ນຄອງລາດແລະຈະມີບັນດາການພົບປະສອງຝ່າຍກັບການນຳຂອງບັນດາປະເທດທີ່ເຂົ້າຮ່ວມໃນພິທີດັ່ງກ່າວຈຳນວນໜຶ່ງ.

ທີ່ພິທີຂຶ້ນຄອງລາດ, ພະເຈົ້າຈັກກະພັດ Naruhito ໄດ້ສະບານຕົວວ່າ ຈະປະຕິບັດຖືກຕາມລັດຖະທຳມະນຸນ, ສຳເລັດບົດບາດໜ້າທີ່ແມ່ນສັນຍາລັກຂອງປະເທດຊາດ ແລະ ຄວາມສະມັກຄີຂອງປະຊາຊົນ ຍີ່ປຸ່ນ. ພະເຈົ້າຈັກກະພັດໄດ້ສະແດງຄວາມປາດຖະໜາວ່າ ດ້ວຍພູມປັນຍາ ແລະ ຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງປະຊາຊົນຍີ່ປຸ່ນ, ຍີ່ປຸ່ນຈະສືບຕໍ່ພັດທະນາກ່ວາອີກ, ປະກອບສ່ວນເຂົ້ານ້ຳໃຈມິດຕະພາບ ແລະ ສັນຕິພາບຂອງ ປະຊາຄົມສາກົນ, ກໍ່ຄືຜົນປະໂຫຍດ ແລະ ວັດທະນາຖາວອນຂອງ ມະນຸດ.

ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີຂຶ້ນຄອງລາດຂອງ ພະເຈົ້າຈັກກະພັດ Naruhitoໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ແລະ ເລື່ອງລັດຖະບານ, ລາຊະຍີ່ປຸ່ນຕີລາຄາສູງ, ມີຄວາມໝາຍສຳຄັນສຳລັບການເພີ່ມທະວີ, ຊຸກຍູ້ການຮ່ວມມື, ພົບປະແລກປ່ຽນລະຫວ່າງສອງປະເທດໃນໄລຍະຈະມາເຖິງ ກໍ່ຄືຮັດແໜ້ນການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ລາຊະຍີ່ປຸ່ນ ໃຫ້ຫຼາຍກ່ວາອີກ.

        ກ່ອນໜ້ານັ້ນ, ພາຍຫຼັງວັນຂຶ້ນຄອງລາດຂອງພະເຈົ້າຈັກກະພັດ Naruhito ຍີ່ປຸ່ນ, ການນຳຂັ້ນສູງຂອງຫວຽດນາມໄດ້ສົ່ງໂທລະເລກອວຍພອນ. ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມກໍ່ໄດ້ໃຫ້ຮູ້ວ່າ: ຫວຽດນາມເຊື່ອໝັ້ນຢ່າງແນ່ນອນວ່າ: ພາຍໃຕ້ລາຊາສະໄໝ “ເຣວະ”, ປະເທດຊາດແລະປະຊາຊົນຍີ່ປຸ່ນຈະສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງອັນໃຫ່ຍຫຼວງໃນຂະບວນການສ້າງສາປະເທດຊາດໃຫ້ວັດທະນະຖາວອນ, ຈະເລີນຮຸ່ງເຮືອງ, ສາຍພົວພັນຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງຈົບງາມເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອຄວາມສັນຕິພາບ, ການຮ່ວມມື, ການພັດທະນາຢູ່ ພາກພື້ນແລະທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ