(ພາບປະກອບ: latimes.com)
(vovworld) – ວັນທີ 09/11, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ໄດ້ມີການຢ້ຽມຢາມອາເມລິກາ ແລະ ເຈລະຈາກັບທ່ານປະທານາທິບໍດີ Barack Obama ຢູ່ທຳນຽບຂາວ. ທີ່ການເຈລະຈາ, ທ່ານປະທານາທິບໍດີ Barack Obama ຍອມຮັບວ່າ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນຢ່າງແນ່ນອນຕໍ່ບາງບັນຫາໃນເລື່ອງລົງນາມໃນຂໍ້ຕົກລົງດ້ານນິວເຄຼຍກັບອີຣານ ຜ່ານມາ, ແຕ່ຢືນຢັນວ່າ ບັນດາຄວາມສະຫງົບຂອງອິດສຣາແອນ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງ ວໍຊິງຕັນ. ທ່ານປະທານາທິບໍດີ Barack Obama ກໍສະແດງຄວາມວິຕົກກັງວົນຕໍ່ບັນດາຄວາມຂາດສະຖານລະພາບທີ່ພວມມີທ່າອ່ຽງເພີ່ມຂຶ້ນໃນພາກພື້ນ ແລະ ປາດຖະໜາຢາກປຶກຫາສາລືກັບຜູ້ນຳໜ້າລັດຖະບານອິດສະຣາແອນ ກ່ຽວກັບຄວາມສາມາດເຊື່ອມຕໍ່ຄືນບັນດາຮອບເຈລະຈາສັນຕິພາບ ພາຍຫຼັງທີ່ບັນດາຄວາມເຄັ່ງຕຶງຫວ່າງແລ້ວນີ້ລະຫວ່າງຊາວອິດສະຣາແອນ ແລະ ປາແລດສະຕິນ. ຕໍ່ໜ້າບັນດາການກະທຳຢ່າງຕັ້ງໜ້າຈາກພັນທະມິດຍຸດທະສາດອາເມລິກາ, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu ຢືນຢັນວ່າ ທ່ານຍັງບໍ່ທັນປະລະບັນດາຄວາມມານະພະຍາຍາມທີ່ນຳສັນຕິພາບມາສູ່ຊາວປາແລດສະຕິນ ແລະ ສະໜັບສະໜູນມາດຕະການ 2 ລັດ ດ້ວຍການສ້າງຕັ້ງລັດປາແລດສະຕິນ ເອກະລາດ ປອດການທະຫານ ແລະ ຍ້ອມຮັບການຄົງຕົວຂອງລັດຊາວຢິວ.