ນຳການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາແບບຍືນຍົງ

(VOVWORLD) - ວັນທີ 25 ມັງກອນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ  ໄດ້ແລກປ່ຽນສານອວຍພອນປີໃຫມ່ ເນື່ອງໃນໂອກາດສອງປະເທດ ຫວຽດນາມ ແລະ ຈີນ ກະກຽມຕ້ອນຮັບບຸນປີໃຫມ່ປະຈຳຊາດ.
ນຳການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາແບບຍືນຍົງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ . ພາບ:TTXVN

ໃນສານອວຍພອນ, ການນຳສູງສຸດຂອງສອງພັກ ເຫັນດີ ຮັກສາການແລກປ່ຽນເປັນປະຈຳ, ກຳນົດທິດການພົວພັນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງຈົບງາມຕາມເນື້ອໃນຈິດໃຈ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດດີ, ສະຫາຍດີ ແລະຄູ່ຮ່ວມມືດີ, ສະເຫນີບັນດາກະຊວງ ຂະແຫນງການ ແລະ ທ້ອງຖິ່ນຂອງສອງປະເທດ ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນໃຫ້ມີປະສິດທິຜົນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນດ້ວຍຫລາຍຮູບການອັນອຸດົມສົມບູນ, ຮ່ວມມືຢ່າງແຫນ້ນແຟ້ນໃນການປ້ອງກັນຕ້ານໂລກລະບາດ, ຄວບຄຸມ ແລະແກ້ໄຂຄວາມບໍ່ລົງລອຍກັນບົນພື້ນຖານການເຈລະຈາໂດຍສັນຕິ, ເໝາະສົມກັບກົດໝາຍສາກົນ ປະກອບສ່ວນນຳການພົວພັນບ້ານໃກ້ເຮືອນຄຽງມີດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາຢ່າງປອດໃສ, ໝັ້ນຄົງເຂັ້ມແຂງ, ຕອບສະຫນອງຜົນປະໂຫຍດພື້ນຖານ, ຍາວນານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງພາກພື້ນ ແລະໃນໂລກ. ການນຳທັງສອງທ່ານ ອວຍພອນໃຫ້ພັກ, ລັດ ແລະປະຊາຊົນສອງປະເທດ ຫວຽດນາມ  - ຈີນ ຕ້ອນຮັບບຸນປີໃຫມ່ປະຈຳຊາດ ປີຂານ ດ້ວຍຄວາມປອດໄພ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ