ນຳການພົວພັນຫວຽດນາມແລະອາເມລິກາຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ທ່ານນາງ Nancy Pelosy
|
(vovworld) - ໂດຍນອນໃນຂອບເຂດການເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ 132 (IPU 132) ຕອນເຊົ້າວັນທີ 31/3, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Nancy Pelosy, ການນຳຝ່າຍສ່ວນໜ້ອຍຂອງພັກປະຊາທິປະໄຕໃນສະພາຕ່ຳ ແລະ ຄະນະສະມາຊິກສະພາຕ່ຳ ອາເມລິກາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ປະທານ IPU 132, ຂໍຂອບໃຈຕໍ່ສະພາແຫ່ງຊາດ ອາເມລິກາ ໄດ້ມີບັນດາຂໍ້ຕົກລົງ, ສຽງເວົ້າຕັ້ງໜ້າເພື່ອສະໜັບສະໜູນ ຫວຽດນາມ ໃນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຮັກສາສັນຕິພາບ, ກໍ່ຄືໃນການຮຽກຮ້ອງບັນດາອົງການການເງິນລົງທຶນ, ຮ່ວມມືກັບ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຊື່ອໝັ້ນວ່າ: ຜ່ານກົນໄກການຮ່ວມມື, ໂອ້ລົມສົນທະນາ, ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, 2 ລັດຖະບານ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົວພັນລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການພັດທະນາອັນດີງາມ. ສ່ວນທ່ານ Nancy Pelosy ຢັ້ງຢືນວ່າ: ອາເມລິກາ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຍົກລະດັບການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດ. ພິເສດ, 2 ຝ່າຍສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ, ພິເສດແມ່ນໃຫ້ບຸລິມະສິດແກ່ການຊອກຫາ, ເກັບກູ້ລູກລະເບີດບໍ່ທັນແຕກ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ທ່ານນາງ Nancy Pelosy ເຫັນດີເປັນເອກະສັນເພີ່ມທະວີການໂອ້ລົມສົນທະນາ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນບົດຮຽນໃນການສ້າງກົດໝາຍ, ຕິດຕາມກວດກາ, ກໍ່ຄືເພີ່ມທະວີການພົວພັນຮ່ວມມືແລກປ່ຽນດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ, ສູ້ຊົນຍົກວົງເງິນການຄ້າ 2 ສົ້ນ ຫວຽດນາມ - ອາເມລິກາ ຂຶ້ນກ່ວາ 40 ຕື້ USD. 2 ຝ່າຍເພີ່ມທະວີການເຈລະຈາເພື່ອເຊັນສັນຍາຄູ່ຮ່ວມມືເສດຖະກິດຍຸດທະສາດຂ້າມປາຊີຟິກ (TPP) ເພື່ອຜົນປະໂຫຍດ ແລະ ສິດຜົນປະໂຫຍດຂອງປະຊາຊົນ 2 ປະເທດ.