ນຳ​ມະ​ຕິ​ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ

(VOVWORLD) -ພາຍຫຼັງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມໄດ້ຮັບຜົນສຳເລັດ, ມີຄູອາຈານຫຼາຍຄົນຢູ່ມະຫາວິທະຍາໄລສືບຕໍ່ເອົາໃຈໃສ່ຕໍ່ເລື່ອງພັກກອມມູນິດ ຫວຽດນາມ ກຳນົດທິດການປ່ຽນແປງໃໝ່ການສຶກສາ.
ນຳ​ມະ​ຕິ​ຂອງ​ພັກ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ - ảnh 1ນັກສຶກສາ ມະຫາວິທະຍາໄລ ຕົນດຶກທັ໊ງ  (ພາບ: TTXVN)

ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດ ຫວຽດນາມ ໄດ້ມີບັນດາແຜນນະໂຍບາຍ, ນະໂຍບາຍທີ່ມີປະສິດທິຜົນໃນຂົງເຂດການສຶກສາ ຄືແຜນນະໂຍບາຍຫັນວຽກງານການສຶກສາເປັນຂອງສັງຄົມ,  ບັນດາຂໍ້ກຳນົດກ່ຽວກັບຄວາມເປັນເຈົ້າຂອງມະຫາວິທະຍາໄລ… ຈາກນັ້ນ, ມີມະຫາວິທະຍາໄລຫຼາຍແຫ່ງ ເສີມຂະຫຍາຍໄດ້ກຳລັງຄວາມສາມາດຂອງຕົນ, ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບການສຶກສາ, ຄ່ອຍໆທ່ວງທັນກັບບັນດາປະເທດທີ່ກ້າວໜ້າ.

        ພາຍຫຼັງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມໄດ້ຮັບຜົນສຳເລັດ, ມີຄູອາຈານຫຼາຍຄົນຢູ່ມະຫາວິທະຍາໄລສືບຕໍ່ເອົາໃຈໃສ່ຕໍ່ເລື່ອງພັກກອມມູນິດ ຫວຽດນາມ ກຳນົດທິດການປ່ຽນແປງໃໝ່ການສຶກສາ. ທ່ານ ປ.ອ ຟຸ່ງກວ້ານ, ອາຈານສັງກັດມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈີມິນໃຫ້ຮູ້ວ່າ:

        ບັນຫາທີ່ຂ້າພະເຈົ້າສົນໃຈທີ່ສຸດນັ້ນແມ່ນການກຳນົດທິດ ສ້າງສາ ແລະ ພັດທະນາປະເທດຊາດໃນຍຸກສະໄໝໃໝ່, ບັນຫາປ່ຽນແປງໃໝ່ການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຮັບໃຊ້ປະເທດຊາດ. ໃນການສຶກສາ, ການປະກາດໃຊ້ບັນດານະໂຍບາຍໃໝ່ກ່ຽວກັບການສຶກສາໃນໄລຍະຈະມາເຖິງຈະສ້າງກຳລັງໜູນໃຫ້ແກ່ຂະແໜງການສຶກສາ ພັດທະນາ, ສ້າງກຳລັງໜູນໃຫ້ແກ່ຖັນແຖວຄູອາຈານສືບຕໍ່ອຸທິດຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ