ນຳສົ່ງພົນລະເມືອງຫວຽດນາມ ຈາກອົດສະຕາລີ ແລະ ນິວຊີແລນ ກັບເມືອປະເທດ

(VOVWORLD) - ພາຍຫລັງຍົນລົງຈອດຢູ່ສະໜາມບິນສາກົນ ເຕິນເຊິນເຍິດ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ກໍ່ໄດ້ຮັບການກວດສຸຂະພາບ ແລະ ຖືກແຍກຕົວຕາມຂໍ້ກຳນົດ.
ນຳສົ່ງພົນລະເມືອງຫວຽດນາມ ຈາກອົດສະຕາລີ ແລະ ນິວຊີແລນ ກັບເມືອປະເທດ - ảnh 1 ນຳສົ່ງພົນລະເມືອງຫວຽດນາມ ຈາກອົດສະຕາລີ ແລະ ນິວຊີແລນ ກັບເມືອປະເທດ

ໃນລະຫວ່າງວັນທີ 01 – 02 ມິຖຸນາ, ອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນນຳສົ່ງພົນລະເມືອງ ຫວຽດນາມ 344 ຄົນກັບເມືອປະເທດຢ່າງປອດໄປ. ພາຍຫລັງຍົນລົງຈອດຢູ່ສະໜາມບິນສາກົນ ເຕິນເຊິນເຍິດ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ກໍ່ໄດ້ຮັບການກວດສຸຂະພາບ ແລະ ຖືກແຍກຕົວຕາມຂໍ້ກຳນົດ.

        ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ ຫວຽດນາມ, ກະຊວງການຕ່າງປະເທດ, ກະຊວງຄົມມະນາຄົມແລະຂົນສົ່ງ, ບັນດາອົງການເຈົ້າໜ້າທີ່ຢູ່ພາຍໃນປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ແລະ ບັນດາບໍລິສັດການບິນຂອງ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາຖ້ຽວບິນພົນລະເຮືອນເພື່ອນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ