ບັກນິງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ້ອງ​ໄປ​ຄ​ຽງ​ຄູ່​ກັບ​ການ​ຖື​ເປັນ​ສຳ​ຄັນ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ - ສັງ​ຄົມ​ຢ່າງ​ກົມ​ກຽວ

(VOVWORLD) -ຕອນເຊົ້າວັນທີ 24 ມັງກອນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບັກນິງ.

ບັກນິງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ້ອງ​ໄປ​ຄ​ຽງ​ຄູ່​ກັບ​ການ​ຖື​ເປັນ​ສຳ​ຄັນ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ - ສັງ​ຄົມ​ຢ່າງ​ກົມ​ກຽວ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຖະຫວາຍທູບ ຢູ່ ວິຫານໂດ (ພາບ: VOV)

ໂດຍສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນ, ຜົນງານອັນໃຫຍ່ຫຼວງ ເຊິ່ງ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ບັກນິງ ບັນລຸໄດ້ໃນວິວັດການພັດທະນາ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໃສ່ໃຈວ່າ ແຂວງບັກນິງ ຄວນປະຕິບັດວຽກງານພັກໃຫ້ເປັນຢ່າງດີ, ມີການກະທຳຢ່າງຂ້ຽວຂາດ ແລະ ແຮງກ່ວາອີກ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງສະມັດຕະພາບ, ຄຸນນະພາບ, ກຳລັງຄວາມສາມາດໃນການແກ້ງແຍ້ງ ຂອງ ພື້ນຖານເສດຖະກິດ, ຍູ້ແຮງຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ນຳບັກນິງສຸ້ຊົນ ກ່ອນປີ 2030 ຈະກາຍເປັນນະຄອນ ອຸດສາຫະກຳ ພັດທະນາ, ທັນສະໄໝ, ສີວິໄລ, ຮັ່ງມີ, ສວຍງາມ, ເຕັມໄປດ້ວຍສີສັນ.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ ທາງແຂວງຄວນມີການເບິ່ງແຍງດູແລ, ປັບປຸງການປ້ອງກັນຊາດ - ຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ຢ່າງເປັນປະຈຳ, ເພີ່ມທະວີການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ໄຟຫຍໍ້ທໍ້, ຄົ້ນພົບ ແລະ ແກ້ໄຂບັນດາການເຄື່ອນໄຫວຕ້ານທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກຢ່າງທັນການ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໄປຖະຫວາຍທູບທຽນ ຢູ່ເຂດປູ່ຊະນີຍະສະຖານລະດັບຊາດ ພິເສດ ວິຫານໂດ ເຊິ່ງແມ່ນສະຖານທີ່ບູຊາເຈົ້າຊີວິດລາຊະວົງ ຫຼີ 8 ອົງ, ພົບປະກັບບັນດານັກສິລະປິນຂັ້ບກວານເຫາະບັກນິງ.

ຕອບກັບ

ຂ່າວ/ບົດ​ອື່ນ