ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຄວາມ​ຈິງ​ຢູ່ ​ຫວຽດ​ນາມ

(VOVWORLD) -ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານສະພາບການຄ້າມະນຸດປີ 2022, ໃນນັ້ນ ຈັດຫວຽດນາມ ເຂົ້າບັນຊີລາຍຊື່ກຸ່ມບັນດາປະເທດ “ບໍ່ຕອບສະຫນອງມາດຕະຖານຈຳເປັນເພື່ອລົບລ້າງໄພການຄ້າມະນຸດຢ່າງຄົບຖ້ວນ”.
ບົດ​ລາຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ​ສ່ອງ​ແສງບໍ່​ຄົບ​ຖ້ວນ ແລະ ຊັດ​ເຈນຕໍ່​ຄວາມ​ຈິງ​ຢູ່ ​ຫວຽດ​ນາມ - ảnh 1ທ່ານນາງ ຟ້າມທິທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 21 ກໍລະກົດ, ທ່ານນາງ ຟ້າມທິທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນຫນັກວ່າ: ເພື່ອຜັນຂະຫຍາຍໂຄງການປ້ອງກັນຕ້ານການຄ້າມະນຸດ ໄລຍະແຕ່ປີ 2021 – 2025 ແລະ ກຳນົດທິດຮອດປີ 2030, ໄລຍະຜ່ານມາ ຫວຽດນາມ ໄດ້ ແລະ ພວມຍູ້ແຮງການປະຕິບັດບັນດາຫນ້າທີ່, ມາດຕະການປ້ອງກັນຕ້ານການຄ້າມະນຸດ ດ້ວຍການເຂົ້າຮ່ວມ, ການສຸມໃສ່ຢູ່ໃນລະດັບສູງສຸດຂອງທຸກກະຊວງ, ຂະແຫນງການ ທ້ອງຖິ່ນ.

ຄວາມຈິງ ສະພາບປ້ອງກັນຕ້ານການຄ້າມະນຸດຢູ່ພາຍໃນປະເທດ ແລະ ຂ້າມຊາຍແດນ ໄດ້ຮັບການສຳຫລວດກວດເພື່ອໃຫ້ມີມາດຕະການແກ້ໄຂໃຫ້ສອດຄ່ອງ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ. ໄລຍະຈະມາເຖິງ ພວກຂ້າພະເຈົ້າປາດຖະຫນາຢາກຝ່າຍ ອາເມລິກາຈະຮ່ວມມືຢ່າງແຫນ້ນແຟ້ນກວ່າອີກ ເພື່ອມີການຕີລາຄາຢ່າງຄົບຖ້ວນກ່ຽວກັບສະພາບການ ແລະ ຄວາມມານະພະຍາຍາມໃນການປ້ອງກັນຕ້ານການຄ້າມະນຸດຂອງ ຫວຽດນາມ. ພວກຂ້າພະເຈົ້າພ້ອມແລ້ວ ແລກປ່ຽນກັບບັນດາປະເທດ, ໃນນັ້ນ ມີ ອາເມລິກາ ກ່ຽວກັບບັນດາເນື້ອໃນຮ່ວມມືລະອຽດ ເພື່ອພ້ອມກັນຜັນຂະຫຍາຍວຽກງານປ້ອງກັນຕ້ານການຄ້າມະນຸດຢ່າງມີປະສິດທິຜົນ

ໃນຖະແຫລງການຍົກອອກມາກ່ອນຫນ້ານັ້ນ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເນັ້ນຫນັກຢ່າງແຮງບົດລາຍງານຂອງ ອາເມລິກາ ໃນນັ້ນ ມີຂໍ້ມູນຂ່າວ “ບໍ່ຖືກກັບຄວາມຈິງ, ສ່ອງແສງບໍ່ຄົບຖ້ວນ ແລະ ຊັດເຈນກ່ຽວກັບສະພາບການກໍ່ຄືຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານການຄ້າມະນຸດຂອງ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ