ບົດລາຍງານທຳອິດຂອງ UNODC ກ່ຽວກັບສະພາບການຄ້າມະນຸດອົບພະຍົບໃນໂລກ

(VOVWORLD) - ຕາມຜົນຂອງການຄົ້ນຄວ້າທົ່ວໂລກທຳອິດກ່ຽວກັບສະພາບການຄ້າມະນຸດອົບພະຍົບຂອງຫ້ອງການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຢາເສບຕິດ ແຫ່ງສະຫະປະຊາຊາດ (UNODC) ປະກາດໃນວັນທີ 16 ມິຖຸນາ,

ເລື່ອງການຄ້າມະນຸດອົບພະຍົບໄດ້ເກີດຂຶ້ນໃນທົ່ວທຸກພາກພື້ນໃນໂລກ, ອັນໄດ້ນບ້ວງລາຍຮັບຜິດກົດໝາຍມາໃຫ້ບັນດາອົງການອາດຊະຍາກຳການຄ້າມະນຸດປະມານ 7 ຕື້ USD.

        ບັນດາຕົວເລກສະຖິຕິໃຫ້ເຫັນວ່າ ໃນຈຳນວນບັນດາກໍລະນີຕົກເປັນເປົ້າໝາຍຂອງການຄ້າຂາຍນັ້ນ ມີເດັກນ້ອນຫລາຍຄົນທີ່ບໍ່ມີຍາດພີນ້ອງໄປນຳ. ຕາມ UNODC ແລ້ວ, ນີ້ແມ່ນບັນດາເປົ້າໝາຍຈະຖືກຫລອກລວງ ແລະ ຖືກສວຍໃຊ້ຢ່າງງ່າຍດາຍ.

        ໃນຂະນະນັ້ນ, ຕາມອົງການອົບພະຍົບສາກົນ, ແຕ່ລະປີມີຊາວອົບພະຍົບນັບພັນຄົນຖືກເສຍຊີວິດບົນເສັ້ນທາງຊອກຫາ “ດິນແດນແຫ່ງຄວາມສະຫງົບ” ພ້ອມກັບບັນດາອົງການອາດຊະຍາກຳການຄ້າມະນຸດ, ຕົ້ນຕໍ ຍ້ອນຖືກຕາຍດຶກນ້ຳ ແລະ ເງື່ອນໄຂການເດີນທາງຮ້າຍແຮງທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ