ບົດລາຍຕໍ່ງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກມາດຕະການແກ້ໄຂມີລັກສະນະບຸກທະລຸ, ຍຸດທະສາດ

(VOVWORLD) -ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.
ບົດລາຍຕໍ່ງານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ວາງອອກມາດຕະການແກ້ໄຂມີລັກສະນະບຸກທະລຸ, ຍຸດທະສາດ - ảnh 1 ທ່ານ ຫວໍຈິ໊ແທັ່ງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄວ້າ, ຄຸ້ມຄອງເສດຖະກິດສູນກາງ
(ພາບ: baodautu.vn)

ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸໃຫຍ່ຊຸດທີ 13 ທີ່ວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນຕອນເຊົ້າວັນທີ 26 ມັງກອນ ກ່ຽວກັບທິດທາງ, ໜ້າທີ່ອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ແລະ ຊຸມປີຕໍ່ໆໄປ, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາຂີດໝາຍພັດທະນາສຳຄັນຂອງປະເທດຊາດ ຄື: ຮອດປີ 2025 - ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບລາຍຮັບປານກາງຕ່່ຳ; ຮອດປີ 2030 - ກາຍເປັນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ຮອດປີ 2045 - ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ບັນດານັກຊ່ຽວຊານ ແລະ ວົງການນັກໄຈ້ແຍກໄດ້ຕີລາຄາສູງເນື້ອໃນດັ່ງກ່າວ.

        ທ່ານ ຫວໍຈິ໊ແທັ່ງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄວ້າ, ຄຸ້ມຄອງເສດຖະກິດສູນກາງຖືວ່າ, ພ້ອມກັບການສືບທອດ, ບົດລາຍການສືບຕໍ່ມີຈຸດໃໝ່ຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ສະແດງໃຫ້ເຫັນຢ່າງຈະແຈ້ງບາດກ້າວ “ບຸກທະລຸໃນບຸກທະລຸ”.

        “ອາດເວົ້າໄດ້ວ່າ, ເລື່ອງສືບຕໍ່ເລືອກເອົາ 3 ບັນຫາເປັນພື້ນຖານທີ່ສຸດເພື່ອສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາ. ຂ້າພະເຈົ້າຄິດວ່າແມ່ນຖືກຕ້ອງທີ່ສຸດ, ນັ້ນແມ່ນລະບອບລະບຽບການ, ແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ. ສຳລັບລະບອບລະບຽບການ, ນອກຈາກການສ້າງລະບອບເສດຖະກິດການຕະຫຼາດທັນສະໄໝ, ເຊື່ອມໂຍງບັນດາມາດຕະຖານດີທີ່ສຸດໃຫ້ສົມບູນແບບ ມັນຍັງຕິດພັນກັບກົງຈັກ, ກັບບັນດາອົງການແຫ່ງລັດຕ້ອງປອດໃສ, ອີ່ງໃສ່ຄວາມສາມາດ, ກົດໝາຍ… ຂ້າພະເຈົ້າຖືວ່ານີ້ແມ່ນບັນດາຈຸດໃໝ່. ສຳລັບພື້ນຖານໂຄງລ່າງ, ພວກເຮົາໃຫ້ບຸລິມະສິດສຸມໃສ່ການສ້າງພື້ນຖານທີ່ດີໃຫ້ແກ່ການພັດທະນາ, ຕິດພັນກັບພື້ນຖານດີຈີຕອນ, ການປະດິດຄິດສ້າງ. ສຳລັບແຫຼ່ງຊັບພະຍາກອນມະນຸດ, ບໍ່ພຽງແຕ່ແມ່ນຄຸນນະພາບຖືກຕ້ອງຕາມຄວາມໝາຍລວມເທົ່ານັ້ນ, ຫາກຍັງຕິດພັນກັບທັກສະ, ຕິດກັບຊັ້ນຄົນມີຄວາມເກັ່ງກ້າສາມາດ ເພື່ອສົມກັບບັນດາຄວາມຮຽກຮ້ອງໃໝ່, ໂດຍສະເພາະແມ່ນບັນດາຄຳຮຽກຮ້ອງໃໝ່ກ່ຽວກັບລະບອບລະບຽບການແຫ່ງລັດ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ”.

ຕອບກັບ

ຂ່າວ/ບົດ​ອື່ນ