ບັນຍາກາດຕ້ອນຮັບປີໃໝ່ 2018 ຢູ່ທ້ອງຖິ່ນຕ່າງໆໃນປະເທດຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 30 ທັນວາ, ຢູ່ບໍລິເວນຕ່າງໆທີ່ໃຈກາງນະຄອນຫຼວງຮ່າໂນ້ຍ, ປະຊາຊົນໄດ້ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບປີໃໝ່ 2018
ບັນຍາກາດຕ້ອນຮັບປີໃໝ່ 2018 ຢູ່ທ້ອງຖິ່ນຕ່າງໆໃນປະເທດຫວຽດນາມ - ảnh 1ການຍິງບັ້ງໄຟດອກຢູ່ບໍລິເວນໜອງຮ່ວານກ້ຽມ, ຮ່າໂນ້ຍ 

ມີຫຼາຍຄົນໄດ້ມາຊົມລາຍການສະແດງສິລະປະ ແລະ ລາຍການໂມງນັບເວລາຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ບໍລິເວນໂຮງລະຄອນໃຫຍ່ຮ່າໂນ້ຍ. ນາງ ທູຮ່ຽນ ຊາວຮ່າໂນ້ຍແບ່ງປັນວ່າ : 

   “ ຄວາມຫວັງຂອງເຮົາເມື່ອກ້າວສູ່ປີໃໝ່ 2018 ຈະປະສົບສິ່ງທີ່ດີງາມກ່ວາ ແລະ ບັນດາວຽກງານທີ່ຍັງບໍ່ທັນສຳເລັດໃນປີ 2017 ກໍຫວັງວ່າຈະປະສົບສຳເລັດໃນປີ 2018. ຄືການຮຽນຈະໄດ້ຮັບຜົນງານສູງກ່ວາເກົ່າ. ແລະ ເມື່ອຮຽນຈົບ ຈະມີວຽກເຮັດງານທຳ ”

ບັນຍາກາດຕ້ອນຮັບປີໃໝ່ 2018 ຢູ່ທ້ອງຖິ່ນຕ່າງໆໃນປະເທດຫວຽດນາມ - ảnh 2 ການຍິງບັ້ງໄຟດອກຢູ່ນະຄອນດານັ້ງ

      ແລະກໍໃນ ຕອນຄ່ຳວັນທີ 30 ທັນວາ ຢູ່ຄຸ້ມຖະໜົນເກົ່າໂຫ້ຍອານທີ່ແຂວງກວາງນາມ, ນະຄອນວິງທີ່ແຂວງເງະອານ ກໍລ້ວນແຕ່ໄດ້ຈັດການຕ້ອນຮັບປີໃໝ່ 2018 ຢ່າງຟົດຟື້ນມ່ວນຊື່ນ.

        ສ່ວນປະຊາຊົນຢູ່ນະຄອນໂຮ່ຈິມິນ, ປະຊາຊົນນະຄອນກໍໄດ້ຮັບຊົມບັນດາລາຍການສະແດງສິລະປະຕ້ອນຮັບປີໃໝ່ 2018 ທີ່ເປັນເອກະລັກ. ນາງ ຫງວຽນເຟືອງແທງ ໃຫ້ຮູ້ວ່າ : 

     “ ຂ້າພະເຈົ້າດຳລົງຊີວິດຢູ່ນີ້ເປັນເວລາ 20 ກ່ວາປີແລ້ວ, ແຕ່ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າໄດ້ຮັບຊົມລາຍການສະແດງສິລະປະຕ້ອນຮັບປີໃໝ່ 2018 ທີ່ເປັນໜ້າປະທັບໃຈນີ້. ບັນຍາກາດຕ້ອນຮັບປີໃໝ່ 2018 ຢູ່ນີ້ແມ່ນ ຟົດຟື້ນມ່ວນຊື່ນທີ່ສຸດ ”

ຕອບກັບ

ຂ່າວ/ບົດ​ອື່ນ