ບັນ​ດາ​ການ​ກະ​ທຳ​ຂອງ ຈີນ ຢູ່​ ທະ​ເລ​ຕາ​ເວັນ​ອອກ ແມ່ນ​ລະ​ເມີດ​ກົດ​ໝາຍ​ສາ​ກົນ

(VOVWORLD) -ພາຍຫຼັງການຮັບຮອງເອົາກົດໝາຍວ່າດ້ວຍຕຳຫຼວດທະເລ, ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ໃນຊຸມວັນມໍ່ໆມານີ້ ໄດ້ເຮັດໃຫ້ຫາງສຽງສາກົນມີຄວາມວິຕົກກັງວົນເປັນພິເສດ. ເລື່ອງ ຈີນ ນຳກ່ຳປັ່ນກວ່າ 200 ລຳເຄື່ອນໄຫວຢູ່ ເຂດເກາະ ຊິງໂຕນ ຢູ່ໝູ່ເກາະເຈື່ອງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ແມ່ນການກະທຳເພີ່ມຄວາມວິຕົກກັງວົນຢູ່ທະເລຕາເວັນອອກ. 
ບັນ​ດາ​ການ​ກະ​ທຳ​ຂອງ ຈີນ ຢູ່​ ທະ​ເລ​ຕາ​ເວັນ​ອອກ ແມ່ນ​ລະ​ເມີດ​ກົດ​ໝາຍ​ສາ​ກົນ - ảnh 1ຫຼັກໝາຍ ເກາະຊິງໂຕນດົງ (ພາບປະກອບ: TTXVN)


        ຫຼາຍປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການກະທຳດັ່ງກ່າວ ແລະ ຮຽກຮ້ອງໃຫ້ ຈີນ ຢຸດຕິການກະທຳດັ່ງກ່າວໃນທັນທີ ແລະ ນຳກ່ຳປັ່ນອອກຈາກເຂດນີ້ ໂດຍໄວ ແລະ ຢຸດຕິບັນດການກະທຳເກາະຜິດ.

        ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ການກະທຳຂອງບັນດາກໍ່າປັ່ນ ຂອງ ຈີນ ໃນຂອບເຂດເຂດທະເລດເກາະ ຊິງໂຕນດົງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງ ຫວຽດນາມ, ລະເມີດຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ກ່ຽວກັບການເຄື່ອນໄຫວຂອງກ່ຳປັ່ນຕ່າງປະເທດໃນເຂດທະເລຂອງປະເທດແຄມທະເລ, ໄປຝືນກັບເນື້ອໃນຈິດໃຈຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC), ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ກໍ່ຜົນກະທົບບໍ່ດີຕໍ່ວິວັດການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC).

        ກະຊວງການຕ່າງປະເທດ ຟີລິບປິນ ໄດ້ສົ່ງຈົດໝາຍການທູດຄັດຄ້ານການກະທຳຂອງຈີນ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ Yoshidhide Suga ກໍສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງ ຈີນຢູ່ທະເລຕາເວັນອອກເຊັ່ນດຽວກັນ ແລະ ອົດສະຕາລີກໍຄັດຄ້ານບັນດາການກະທຳເພີ່ມຄວາມເຄັ່ງຕຶງໃນການເດີນເຮືອສາກົນ - ເຊິ່ງເປັນສະຖານທີ່ບັນດາປະເທດລ້ວນແຕ່ເຄົາລົບອຳນາດກົດໝາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ