ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢູ່ EU ແລະ ແບນ​ຊິກ

(VOVWORLD) -ທີ່ການໂອ້ລົມສົນທະນາກັບທ່ານປະທານສະພາຕ່ຳແບນຊິກ Eliane Tillieux, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ແບນຊິກ ທີ່ໄດ້ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາ EVFTA, ພ້ອມທັງສະເໜີໃຫ້ ແບນຊິກ ໃຫ້ສັດຕະຍາບັນ ສັນຍາ EVIPA ໂດຍໄວ.
ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢູ່ EU ແລະ ແບນ​ຊິກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວພົບປະກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດ ແລະ ວຽກງານ ແບນຊິກ Pierre- Yves Dermagne (ພາບ: TTXVN)

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ແບນຊິກ

ຕອນບ່າຍວັນທີ 9 ກັນຍາ, ໃນການພົບປະກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງເສດຖະກິດ ແລະ ວຽກງານ ແບນຊິກ Pierre- Yves Dermagne, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງວ່າ ເລື່ອງໄປຢ້ຽມຢາມ ແລະ ເຮັດວຽກຢູ່ EU ແລະ ບາງປະເທດ ເອີລົບ, ໃນນັ້ນມີແບນຊິກ ຄັ້ງທຳອິດ ໃນຖານະເປັນປະທານສະພາແຫ່ງຊາດ ໄດ້ປະກອບສ່ວນສ້າງປະຖົມປັດໄຈ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ເອີລົບ ແລະ ບັນດາປະເທດສະມາຊິກໃຫ້ຫຼາຍກ່ວາອີກ. ສອງຝ່າຍເຫັນດີເປັນເອກະພາບ ຕ້ອງຊຸກຍູ້ການຜັນຂະຫຍາຍບັນດາມາດຕະການທີ່ແທດຈິງເພື່ອແນໃສ່ນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງແທ້ຈິງ ແລະ ຮອບດ້ານ, ເພີ່ມທະວີການສົມທົບຍຸດທະສາດໃນອາຊຽນ ແລະ ASEM, ໂດຍສະເພາະແມ່ນໃນປັດຈຸບັນ  EU ແລະ ອາຊຽນ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ການໂອ້ລົມສົນທະນາລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາຕ່ຳ ລາຊະອານາຈັກ ແບນຊິກ

ທີ່ການໂອ້ລົມສົນທະນາກັບທ່ານປະທານສະພາຕ່ຳແບນຊິກ Eliane Tillieux, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ແບນຊິກ ທີ່ໄດ້ສະໜັບສະໜູນການໃຫ້ສັດຕະຍາບັນສັນຍາ EVFTA, ພ້ອມທັງສະເໜີໃຫ້ ແບນຊິກ ໃຫ້ສັດຕະຍາບັນ ສັນຍາ EVIPA ໂດຍໄວ.

ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ແບນຊິກ ທ່ານກໍ່ໄດ້ເຂົ້າຮ່ວມເວທີປາໄສ ແລະ ຕ້ອນຮັບວິສາຫະກິດ ຫວຽດນາມ ແລະ ແບນຊິກ, ມີຫຼາຍວິສາຫະກິດໃນຂົງເຂດພະລັງງານຜະລິດຄືນໃໝ່, Logicstics ຂອງ ແບນຊິກ ມີຄວາມຫວັງຢາກເພີ່ມທະວີການເຊື່ອມຕໍ່ໃນການລົງທຶນ ເພື່ອບໍ່ຂາດໂອກາດດຳເນີນທຸລະກິດ ແລະ ມາລົງທຶນຢູ່ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີໃຫ້ທ່ານນາງປະທານສະພາຕ່ຳແບນຊິກ ຈົ່ງເອົາໃຈໃສ່ເພື່ອໃຫ້ EU ຍົກເລີກບັດເຫຼືອງສິນໃນນ້ຳ IUU ໂດຍໄວ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດທັງສອງປະເທດ, ພ້ອມທັງໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມຄວບຄຸມບັນຫານີ້ ແລະ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີມອບຮັບວັກຊິນ, ວັດຖຸອຸປະກອນການແພດກັນໂຄວິດ - 19

ວັນທີ 9 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຈັດພິທີມອບວັກຊິນ, ວັດຖຸອຸປະກອນການແພດ ເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19 ແລະ ພິທີລົງນານບັນດາເອກະສານການຮ່ວມມື. ພາຍໃຕ້ການເປັນສັກຂີພະຍານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນທາງການ ຫວຽດນາມ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ການນຳກະຊວງການຕ່າງປະເທດ ແບນຊິກ, ຜູ້ຕາງໜ້າກະຊວງການຕ່າງປະເທດ ແບນຊິກ ໄດ້ມອບວັກຊິນກັນໂຄວິດ - 19 AstraZeneca ໜຶ່ງແສນໂດສ ໃຫ້ແກ່ ຫວຽດນາມ. ໃນໂອກາດນີ້ ມີອົງການຈັດຕັ້ງ, ວິສາຫະກິດ, ປັນຍາຊົນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈຳນວນໜຶ່ງຢູ່ ເອີລົບ ໄດ້ອຸປະຖຳວັດອຸປະກອນການແພດທີ່ສຳຄັນຢ່າງຫຼວງຫຼາຍ.

ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ແບນຊິກ: ຫວຽດນາມ ພ້ອມແລ້ວທີ່ຈະແມ່ນຂົວເຊື່ອມຕໍ່ເພື່ອ EU ເຊື່ອມຕໍ່ຢ່ງແຮງ ກັບພາກພື້ນ ອາຊຽນ

ການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ແບນຊິກ, ໂດຍສະຖານທູດ ຫວຽດນາມ ປະຈຳ ແບນຊິກ, EU ສົມທົບກັບກະຊວງແຜນການ ແລະ ການລົງທຶນ, ອົງການສົ່ງເສີມການຄ້າການລົງທຶນ 3 ເຂດ Flanders Brussels Capital ແລະ Wallonia ຂອງ ແບນຊິກ ຈັດຂຶ້ນໃນວັນທີ 9 ກັນຍາ, ເນື່ອງໃນໂອກາດການຢ້ຽມຢາມແບນຊິກຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ກ່າວຄຳເຫັນກັບບັນດາວິສາຫະກິດແຖວໜ້າຂອງ ແບນຊິກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດຂຶ້ນການໂອ້ລົມສົນທະນາ, ແລະ ຖືນີ້ແມ່ນໂອກາດທີ່ດີ ເພື່ອພ້ອມກັນແບ່ງປັນ ກ່ຽວກັບບັນດາທ່າອ່ຽງການລົງທຶນໃໝ່, ມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ຂອງ ຫວຽດນາມ, ພ້ອມທັງຍົກອອກບັນດາຂໍ້ສະເໜີເພື່ອຍົກສູງປະສິດທິຜົນຂອງການຮ່ວມມື, ມຸ່ງໄປເຖິງຜົນສຳເລັດຂອງບັນດາວິສາຫະກິດແບນຊິກ ເມື່ອມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານກ່າວວ່າ:

ຂ້າພະເຈົ້າໄດ້ເວົ້ານຳບັນດາການນຳສູງສຸດຂອງ EU ແລ້ວ, ພວກເຮົາມີສັນຍາການຄ້າແລ້ວ, ແຕ່ສັນຍາອາລັກຂາການລົງທຶນ ຫາກໍ່ໄດ້ພຽງແຕ່ 8 ໃນຈຳນວນ 27 ປະເທດໃຫ້ສັດຕະຍາບັນເທົ່ານັ້ນ. ສອງຝ່າຍມີຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ສະເໜີໃຫ້ບັນດາວິສາຫະກິດ ຈົ່ງຊຸກຍູ້ລັດຖະສະພາບັນດາປະເທດສະມາຊິກ ເພື່ອໃຫ້ພວກເຮົາຈະໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວໄດ້, ພວກຂ້າພະເຈົ້າຖື ສັນຍາ EVFTA ແລະ EVIPA ສອງສະບັບນີ້ຕ້ອງຮ່ວມເດີນທາງນຳກັນ ພວກເຮົາຈຶ່ງສາມາດພັດທະນາໄດ້.

ກ່ອນທີ່ເດີນທາງອອກຈາກ ລາຊະອານາຈັກ ແບນຊິກ ແລະ ໄປຢ້ຽມຢາມແຟງລັງຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານPeter Mertens ປະທານພັກແຮງງານແບນຊິກ

ຕອບກັບ

ຂ່າວ/ບົດ​ອື່ນ