ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 64 ປີແຫ່ງໄຊຊະນະດ້ຽນບຽນຝູ

(VOVWORLD) - ບັນດາບົດເພງທີ່ບໍ່ອາດຫຼົງລືມໄດ້ ແລະ ສີສັນ ເຂດໄຕບັກ, ລາຍການໄດ້ນຳມາເຊິ່ງບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະໃຫ້ຜູ້ຊົມດ້ວຍການສະແດງ: ຟ້ອນ, ຮ້ອງເພງ, ສະແດງເສບເຄື່ອງດົນຕີ…
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 64 ປີແຫ່ງໄຊຊະນະດ້ຽນບຽນຝູ - ảnh 1ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 6 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ໄດ້ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ “ທຳນອງເພງປະເທດຊາດ” ເພື່ອສະເຫຼີມສະຫຼອງ 64 ປີແຫ່ງໄຊຊະນະ ດຽນບຽນຝູ (7/5/1954 – 7/5/2018). ດ້ວຍ 15 ລາຍການແບ່ງເປັນ 3 ພາກຄື: ຫວຽດນາມ ບັນດາໜ້າປະຫວັດສາດທີ່ວິສະຫງ່າອົງອາດ; ບັນດາບົດເພງທີ່ບໍ່ອາດຫຼົງລືມໄດ້ ແລະ ສີສັນ ເຂດໄຕບັກ, ລາຍການໄດ້ນຳມາເຊິ່ງບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະໃຫ້ຜູ້ຊົມດ້ວຍການສະແດງ: ຟ້ອນ, ຮ້ອງເພງ, ສະແດງເສບເຄື່ອງດົນຕີ…

        ກໍ່ໃນຕອນຄ່ຳວັນທີ 6 ພຶດສະພາ, ຢູ່ເຂດສຸສານນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ A1, ນະຄອນ ດ້ຽນບຽນຝູ, ຄະນະຊາວໜຸ່ມແຂວງ ດ້ຽນບຽນ ໄດ້ຈັດຕັ້ງການຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງໄຊຊະນະ ດ້ຽນບຽນຝູ. ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນມູນເຊື້ອຕອບບຸນແທນຄຸນຂອງຊາດ ຫວຽດນາມ ເວົ້າລວມ ແລະ ລຸ້ນໜຸ່ມແຂວງ ດ້ຽນບຽນ ເວົ້າສະເພາະ ສຳລັບລຸ້ນພໍ່ລຸ້ນອ້າຍ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ