ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ນັກ​ທຸ​ລະ​ກິດ ຫວຽດ​ນາມ 2020

(VOVWORLD) -ວັນທີ 12 ຕຸລາ, ສູນກາງຄົ້ນຄວ້າພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ຈັດຕັ້ງພິທີ ຍ້ອງຍໍຊົມເຊີຍ “ວິສາຫະກິດຫວຽດນາມທີ່ເປັນແບບຢ່າງໃນການປະດິດຄິດສ້າງ ແລະ ຜະລິດຕະພັນ, ການບໍລິການ, ຄຸນນະພາບທີ່ໄດ້ຮັບຄວາມໄວ້ວາງໃຈປີ 2020” ຢູ່ນະຄອນໂຮ່ຈີມິນ.


ເພື່ອສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ (13/10), ວັນທີ 12 ຕຸລາ, ບັນດາທ້ອງຖິ່ນຄື ຫວິງລອງ, ຮ່ານາມ, ນາມດິ້ງ… ໄດ້ຈັດຕັ້ງການພົບປະໂອ້ລົມກັບບັນດາວິສາຫະກິດ, ນັກທຸລະກິດດີເດັ່ນໃນບໍລິເວນ. ຕາງໜ້າຄະນະການນຳບັນດາແຂວງ ລ້ວນແຕ່ຕີລາຄາສູງບົດບາດຂອງບັນດາວິສາຫະກິດ, ທຸລະກິດ; ພ້ອມທັງສະແດງທັດສະນະຍາມໃດກໍສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນບໍລິເວນ. ແຂວງ ກາເມົາ ໄດ້ຈັດຕັ້ງງານພົບປະສັງສັນເຊື່ອມຕໍ່ວິສາຫະກິດແຂວງກາເມົາ ປີ 2020 ແລະ ເປີດຕົວໂຄງການ “ກາເຟເຊື່ອມຕໍ່ວິສາຫະກິດ”. ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານ ເລກວນ, ປະທານຄະນະກຳມະການປະຊາຊົນ ແຂວງ ກາເມົາ ໃຫ້ຮູ້ວ່າ:

        “ກາເຟ ເຊື່ອມຕໍ່ວິສາຫະກິດ” ຈະແກ້ໄຂບັນດາບັນຫາໃຫຍ່ກວ່າອີກ. ນັ້ນແມ່ນ ເຮັດແນວໃດເພື່ອເພີ່ມທະວີກຳລັງຄວາມສາມາດໃຫ້ວິສາຫະກິດທ້ອງຖິ່ນ. ພິເສດແມ່ນ, ເຮັດແນວໃດເພື່ອໃຫ້ວິສາຫະກິດຢູ່ແຂວງ ກາເມົາ ເຊື່ອມຕໍ່ກັບບັນດານັກລົງທຶນໃຫຍ່, ບັນດາວິສາຫະກິດໃຫຍ່ພາຍໃນປະເທດ ແລະ ຕ່າງປະເທດໄດ້. ຈາກນັ້ນ, ພ້ອມກັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຂວງ”.

ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງວັນ​ນັກ​ທຸ​ລະ​ກິດ ຫວຽດ​ນາມ 2020 - ảnh 1 ງານພົບປະກັບບັນດາວິສາຫະກິດແຂວງກວ໋າງນິງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ (ພາບ: nongnghiep.vn)
ວັນທີ 12 ຕຸລາ, ກ່າວຄຳເຫັນທີ່ການພົບປະກັບບັນດາວິສາຫະກິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ, ທ່ານ ຫງວຽນຊວັນກີ໋, ເລຂາຄະນະພັກແຂວງ ແຂວງກວ໋າງນິງ, ຢັ້ງຢືນວ່າ: ແຂວງກວ໋າງນິງ ໃຫ້ຄຳໝັ້ນສັນຍາຮັບປະກັນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ປອດໃສ, ໝັ້ນຄົງເຂັ້ມແຂງ ໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນ.

        “ປີ 2020, ບັນດານັກທຸລະກິດ, ວິສາຫະກິດ ໄດ້ມານະພະຍາຍາມພ້ອມກັບແຂວງ ກວ໋າງນິງ ປະຕິບັດລື່ນກາຍສະມັດຕະພາບ, ຍົກສູງຄຸນນະພາບ ແລະ ປະສິດທິຜົນ, ກຳລັງຄວາມແກ້ງແຍ້ງຂອງຜະລິດຕະພັນ… ປະກອບສ່ວນເຂົ້າໃນການພັດທະນາຂອງແຂວງ ຫຼາຍກວ່າອີກ.

        ວັນທີ 12 ຕຸລາ, ສູນກາງຄົ້ນຄວ້າພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ຈັດຕັ້ງພິທີ ຍ້ອງຍໍຊົມເຊີຍ “ວິສາຫະກິດຫວຽດນາມທີ່ເປັນແບບຢ່າງໃນການປະດິດຄິດສ້າງ ແລະ ຜະລິດຕະພັນ, ການບໍລິການ, ຄຸນນະພາບທີ່ໄດ້ຮັບຄວາມໄວ້ວາງໃຈປີ 2020” ຢູ່ນະຄອນໂຮ່ຈີມິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ