ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​​ຕໍ່ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ

(VOVWORLD) -ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 74 ປີ (27/7/1947 – 27/7/2021), ວັນທີ 24 ກໍລະກົດ, ນະຄອນ ໂຮ່ຈີມິນ ຄາດວ່າຈະສະຫງວນເງິນຈຳນວນ 76 ຕື້ດົ່ງ ເພື່ອມອບໃຫ້ 74.600 ຄອບຄົວເປົ້າໝາຍນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີ. 

ບັນດາເປົ້າໝາຍທີ່ໄດ້ຊົມໃຊ້ນະໂຍບາຍດັ່ງກ່າວລວມມີ ແມ່ ຫວຽດນາມ ວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ທີ່ເຂົ້າຮ່ວມການສູ້ຮົບຖືກຕິດທາດພິດເຄມີ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ…

        ສ່ວນຢູ່ ດ່າໜັງ, ຄະນະກຳມະການປະຊາຊົນນະຄອນ ກໍໄດ້ລົງນາມໃນຂໍ້ຕົກລົງອະນຸມັດໃຫ້ເບີກຈ່າຍເງິນຈຳນວນກວ່າ 16 ຕື້ດົ່ງ ເພື່ອຈັດຕັ້ງການໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນ ເນື່ອງໃນໂອກາດນີ້ເຊັ່ນດຽວກັນ. ໂດຍມີທັງໝົດກວ່າ 27.000 ເປົ້າໝາຍໄດ້ຮັບຂອງຂວັນເນື່ອງໃນໂອກາດນີ້. ປີ 2021, ດ່າໜັງ ໄດ້ປະຕິບັດສຳເລັດການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນຢູ່ໄດ້ ຸ708 ຫຼັງ ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ