ບັນດາການເຄື່ອນໄຫວໃນພິທີງານບຸນຕົ້ນປີໃໝ່ແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ

ບັນດາການເຄື່ອນໄຫວໃນພິທີງານບຸນຕົ້ນປີໃໝ່ແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ - ảnh 1
ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ
ປະຫ​ວັດ​ສາດ​ວັດ​ທະ​ນະ​ທຳ​ສະ​ໄໝ​​ລາ​ຊະ​ວົງ ເຈີ່ນ
(ພາບ: news.zing.vn)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 05/02 (ກົງ​ກັບ​ວັນ​ທີ 09 ເດືອນ​ຈຽງ​ ປີ​ລະ​ກາ), ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ປະຫ​ວັດ​ສາດ​ວັດ​ທະ​ນະ​ທຳ​ສະ​ໄໝ​​ລາ​ຊະ​ວົງ ເຈີ່ນ ຢ​ູ່​ເທດ​ສະ​ບານ​ເມືອງ​ດົງ​ຈ​່ຽວ, ແຂວງກວາງ​ນິງ, ໄດ້​ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່ ຫງວ​້າ​ເວີນ 2017. ນັບ​ແຕ່​ຮຸ່ງ​ເຊົ້າ, ຢູ່​​ທຸກເສັ້ນ​ທາງ​ທີ່​ພາ​ໄປ​ເຖິງ​ເຂດ​ວັດ ຫງວ້າ​ເວີນ ລ້ວນ​ແຕ່​​ຄຶກ​ໂຄມ​ໜາ​ແໜ້ນ​ດ້ວຍ​ແຂກ​​ທ່ອງ​ທ່ຽວ​​ນັບ​ແສນ​ຄົນ​ທີ່​ມາ​ຈາກ​ທຸກ​ແຫ່ງ​ເພື່ອ​ຖະ​ຫວາຍ​ທູບ​ທຽນເຄື່ອງ​ຂອງ​ບູ​ຊາ ພະ​ພຸດ​ທະ​ເຈົ້າ ແລະ ຢ້ຽມ​​ຊົມ​ທັດສະ​ນີ​ຍະ​ພາບ​ວັດ​​ເຖິງ​ພູ ບາວ​ດາຍ. ທ່ານ​ຮ່າ​ຫາຍ​ເຢືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເທດ​ສະ​ບານ​ເມືອງ ດົງ​ຈ່ຽວ ໃຫ້​ຮູ້​ວ່າ.

        “​ພິ​ທີ​ເປີດງານ​ບຸນ​ລະ​ດູ​ບານ​ໃໝ່ ຫງວ​້າ​ເວີນ 2017 ແມ່ນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​​ມີ​ຄຸນ​ຄ່າ​ເລິກ​ເຊິ່ງ ດ້ວຍ​ຄວາມ​ໝາຍ​​ມຸ່ງ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ່. ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ແລະ ​ນັກ​ທ່ອງ​ທ່ຽວທີ່ມາ​ຈາກ​ຫຼາຍ​ສາ​ລະ​ທິດໄປ​ນະ​ມັດ​ສະ​ການ​ເຖິງ​ເຂດ​ດິ​ນ​ແດນ​​ແຫ່ງພະ​ພຸ​ດ​ທະ​ເຈົ້າ​ເພື່ອ​ຖະ​ຫວາຍ​ທູບ​ທຽນ, ຢ້ຽມ​ຊົມ, ສະ​ແດງ​ຄວາມ​ເ​ຄົາ​ລົບ​ນັບ​ຖື, ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ເຈົ້າ​ຊີ​ວິດ​ພະ​ພຸດ​ທະ​ເຂົ້າ ເຈີນ​ເຍີນ​ຕົງ ແລະ ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ດ້ານ​ແນວ​ຄິດ​ຂອງສາສະໜາ​ພຸດ​ນິກາຍຈຸກ​ເລິ​ມ, ພາ​ວະ​ນາ​ຂໍ້​ໃຫ້​ມີ​ຄວາມ​ສຸດ, ມີ​ຄວາມ​ເກັ່ງ​ກ້າສາ​ມາດ, ​ປະ​ເທດ​ຊາດ​​ມີ​ຄວາມສະ​ຫງົບ, ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ”.

        ຢູ່​ວັດ ຄາຍ​ງວຽນ, ຕາ​ແສງ ເຊີນ​ດົງ, ​ເທດ​ສະ​ບານ​ເມືອງ​ເຊີນ​ໄຕ, ນະ​ຄອນ​ຮ່າ​ໂນ​້ຍ, ວັນ​ທີ 05/02 ໄດ້​ໄຂ​ງານ​ບຸນ​ລະ​ດູ​ບ​ານ​ໃໝ່​ແຫ່ງ​ຄວາມ​ສົມ​ບູນ​ພູນ​ສຸກ 2017. ພະ​ອາ​ຈ​ານ ທິ໋ກ​ດ້າວ​ທິ້ງ, ເຈົ້າ​ອາ​ວາດ​ວັດ ຄາຍງວຽນ ໃຫ້​ຮູ້​ວ່າ, ໃນ​ມື້​ໄຂ​ງານ​ບຸນ, ມີ​ປະ​ຊາ​ຊົນ 10.000 ຄົນ ຈັບ​ມື​ກັນເຂົ້າ​ຮ່ວມ​ລາຍ​ການ “ຮ້ອຍ​ຍິມ​ແຫ່ງ​ຄວາມສົມ​ບູນ​ພູນ​ສຸກ” ເພື່ອ​ສະ​ແດງ​ໃຫ້​ເຫັນ​ສານ​ແກ່ງສັນ​ຕິ​ພາບ ແລະ ​ຄວາມສະ​ມັກ​ຄີ​.

        ຢູ່​ວັດ ເຕີນ​ແທງ, ເມືອງ ວັນ​ລ້າງ, ແຂວງ ລ້າງ​ເຊີນ, ຕອນ​ເຊົ້າ​ວັນ​ທີ 05/02 ໄດ້​ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່​ເຂດ​ລ້າງ​ເຊີນ 2017 ຕິດ​ພັນ​ກັບ​ງານ​ບຸນ​ວັດ ເຕີນ​ແທງ. ພິ​ທີ​ໄຂ​ງານ​ບຸນ​ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ນັບ​ພັນ​ຄົນ. ລາຍ​ການ​​ສະ​ແດງສີ​ລະ​ປະ​ໄຂ​ງານ​ບຸນ​ລະ​ດູ​ບານ​ໃໝ່​ເຂດ​ລ້າງ​ເຊີນ ຖືກ​ດຳ​ເນີ​ນ​ໄປ​ຢ່າງ​ຟົດ​ຟື້ຶ້ນ ດ້ວຍ​ບັນ​ດາ​ລາຍ​ກາ​ນ​ສະ​ແດງ​ສິ​ລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​​ຊາດ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ທັດ​ສະ​ນີ​ຍະ​ພາບແຫ່ງ​ຊາດ ດົ້ງ​ຕຽນ, ເມືອງ ຮ່າມ​ອຽນ, ແຂວ​ງ ຕວຽນ​ກວາງ, ໄດ້​ຈ​ັດ​ງານ​ບຸນ ດົ້ງ​ຕຽນ ແລະ ຕະ​ຫຼາດ​ບ້ານ​ນາ ປີ 2017. ນີ້ິ້​ແມ່ນ​ງານ​ບຸນ​​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ແຂວງ ຕວຽນ​ກວາງ ເຊິ່ງ​ໄດ້​ຮັບ​ການ​ຈ​ັດ​ຕັ້ງ​ໃນ​ວັນ​ທີ 09 ເດືອນ​ຈ່ຽງ​ແຕ່​ລະ​ປີ ດ້ວຍ​ຄວາມ​ຫວັງ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ລະ​ດູ​ເກັບ​ກຽວ​ໄດ້​ຮັບ​ຜົນ​ດີ, ທ​ຸກ​ໆ​ຄອບ​ຄົວ​​ມີ​ຄວາມອີ່ມ​ໜຳ​ສຳ​ນານ, ມີ​ຄວາມ​ຜາ​ສຸກ​ໃນ​ປີ​ໃໝ່ ແລະ ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ທ້ອງ​ຖິ່ນ. ທີ່​ງານ​ບຸນ​ດົ້ງ​ຕຽນ ແລະ ຕະ​ຫຼາດ​ເຂດ​ບ້ານ​ນາ ຍັງ​ມີ​ບັນ​ດາ​ການ​ລະ​ຫຼີ້ນ​ພື້ນ​ເມືອງ, ​ແຂ່ງ​ຂັນ​ຟ້ອນ​ແຄນ​ຂອງ​ຊາວ​ເຜົ່າ​ມົ້ງ…

ຂ່າວ/ບົດ​ອື່ນ