ບັນ​ດາ​​ຄູ່​ຮ່ວມ​ມືຫລຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ​ໄດ້​ໃຫ້​ຄຳໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ ໃຫ້​ແກ່​ປະ​ຊາ​ຊົນ​ພາກ​ກາງ​ຫວຽດ​ນາມ

(VOVWORLD) - ປະຈຸບັນ, ມີປະຊາຊົນເຂດພາກກາງຢ່າງໜ້ອຍສຸດ 150.000 ຄົນຕ້ອງການໄດ້ຮັບໜູນຊ່ວຍທັນຍາຫານໂດຍດ່ວນໃນໄລຍະ 5-6 ເດືອນທີ່ຈະມາເຖິງ, 110.000 ຕອ້ງໄດ້ຮັບການໜູນຊ່ວຍ ເພື່ອຟື້ນຟູບັນດາການເຄື່ອນໄຫວທຳມາຫາກິນ ແລະ ຜະລິດກະສິກຳ….
ບັນ​ດາ​​ຄູ່​ຮ່ວມ​ມືຫລຸດ​ຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ​ໄດ້​ໃຫ້​ຄຳໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ ໃຫ້​ແກ່​ປະ​ຊາ​ຊົນ​ພາກ​ກາງ​ຫວຽດ​ນາມ - ảnh 1

ບັນດາຄູ່ຮ່ວມມືປະຊຸມກ່ຽວກັບສະພາບການຢູ່ພາກກາງຫວຽດນາມ (ພາບ:baotainguyenmoitruong.vn)

   ນີ້ແມ່ນບັນດາຕົວເລກຕີລາຄາໄວ ກ່ຽວກັບສະພາບພະຍຸນ້ຳຖ້ວມເຂດພາກກາງ ໂດຍບັນດາຄູ່ຮ່ວມມືຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ຍົກອອກມາທີ່ການປະຊຸມໃນຕອນເຊົ້າວັນທີ 26 ຕຸລາຢູ່ຮ່າໂນ້ຍ.

   ບັນດາຄູ່ຮ່ວມມືດັ່ງກ່າວຖືວ່າ: ຕ້ອງສ້າງແຜນການຮັບມືຕາມຂະແໜງການ ລວມມີການປະສານສົມທົບຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອກຳໄດ້ບັນດາຄວາມຕ້ອງການທີ່ຈຳເປັນ ແລະ ບັນດາການເຄື່ອນໄຫວຮັບມືບຸລິມະສິດ; ສ້າງແຜນການລະຫວ່າງຂະແໜງ. ທ່ານ Andrew Jeffries, ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີປະຈຳຫວຽດນາມ, ຕີລາຄາວ່າ:

  ພວກຂ້າພະເຈົ້າຕີລາຄາສູງບັນດາການປະກອບສ່ວນຂອງບັນດາອົງການກ່ຽວຂ້ອງ ເຖິງການໜູນຊ່ວຍໄລຍະຍາວໃຫ້ແກ່ປະຊາຊົນເຂດພາກກາງທີ່ຖືກຜົນສະທ້ອນຈາກພະຍຸນ້ຳຖ້ວມ. ພວກຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງສຸມໃສ່ບັນດາຄວາມຕ້ອງການໃນສະເພາະໜ້າ ແລະ ຍາວນານໃຫ້ແກ່ຊີວິດຂອງປະຊາຊົນ. ປະຈຸບັນ, ທະນາຄານພັດທະນາອາຊີ ມີກອງທຶນຮີບດ່ວນໃຫ້ແກ່ບັນດາປະເທດໃນພາກພື້ນອາຊີປາຊີຟິກ ແລະ ພວກຂ້າພະເຈົ້າພວມໃນວິວັດການຮຽກຮ້ອງບັນດາອົງການສະໜັບສະໜູນກອງທຶນນີ້. ຫວັງວ່າ ໃນໄລຍະຈະມາເຖິງ, ກອງທຶນນີ້ ຈະໜູນຊ່ວຍປະຊາຊົນຜູ້ຖືກຜົນສະທ້ອນຂອງຫວຽດນາມ ເປັນຢ່າງດີທີ່ສຸດ.

   ທ່ານ Andrew Jeffries ຍັງໃຫ້ຮູ້ຕື່ມອີກວ່າ, ໄລ່ຮອດວັນທີ 24 ຕຸລາ, ບັນດາຄູ່ຮ່ວມມືຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍຈຳນວນເງິນເກືອບ 3 ລ້ານ USD ໃຫ້ແກ່ປະຊາຊົນພາກກາງຫວຽດນາມ ເພື່ອແກ້ໄຂຜົນຮ້າຍໂດຍສະພາບຝົນຕົກພະຍຸກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ