ບັນດາຄຳສັ່ງດ້ານບໍລິຫານ ຈະຖືກປະຕິບັດໃນໄລຍະ 10 ມື້ທຳອິດຂອງອຳນາດການປົກຄອງໃໝ່ ຂອງ ອາເມລິກາ

(VOVWORLD) -ວັນທີ 16 ມັງກອນ ຄະນະມອບໂອນສິດອຳນາດຂອງອຳນາດການປົກຄອງ ຂອງປະທານາທິບໍດີ ຜູ້ຫາກໍ່ຮັບຊະນະໃນການເລືອກຕັ້ງ ໂຈ ໄບເດັນ ໄດ້ແຈ້ງໃຫ້ຊາບວ່າ ຈະປະກາດໃຊ້ຄຳສັ່ງບໍລິຫານ 10 ຄຳສັ່ງໃນຮອບ 10 ມື້ທຳອິດຂອງອາຍຸການ ແນໃສ່ແກ້ໄຂວິກິດການທີ່ໄດ້ຮັບຖືວ່າ ແມ່ນຮ້າຍແຮງທີ່ສຸດໃນປະຫວັດສາດຂອງ ອາເມລິກາ
ບັນດາຄຳສັ່ງດ້ານບໍລິຫານ ຈະຖືກປະຕິບັດໃນໄລຍະ 10 ມື້ທຳອິດຂອງອຳນາດການປົກຄອງໃໝ່ ຂອງ ອາເມລິກາ - ảnh 1ປະທານາທິບໍດີ ຜູ້ຫາກໍ່ຮັບຊະນະໃນການເລືອກຕັ້ງ ໂຈ ໄບເດັນ

ບັນດາຄຳສັ່ງບໍລິຫານຈະສຸມໃສ່ແກ້ໄຂ ວິກິດການດ້ານສາທາລະນະສຸກ ຍ້ອນໂຄວິດ - 19 ກໍ່ຂຶ້ນ, ວິກິດການດ້ານເສດຖະກິດ, ວິກິດການດ້ານດິນຟ້າອາກາດ ແລະ ວິກິດການເຊື້ອຊາດຜິວພັນ. ພ້ອມກັບບັນດາລັດຖະດຳລັດບໍລິຫານ, ມີໂຄງການນິຕິບັນຍັດສະບັບໜຶ່ງ ກໍ່ຈະໄດ້ຮັບການປະຕິບັດແນໃສ່ຊ່ວຍກູ້ຊາວອາເມລິກາ ນັບລ້ານຄົນ ທີ່ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ນອກຈາກບັນດາລັດຖະດຳລັດບໍລິຫານແລ້ວ ທ່ານ ໄບເດັນ ຍັງມີແຜນການສະເໜີກະຊວງສຶກສາ ອາເມລິກາ ຕໍ່ກຳນົດເວລາຢຸດຊົ່ວຄາວ ການເກັບບັນດາບ້ວງໜີ້ສິນ ກໍ່ຄືຄ່າດອກເບ້ຍ ຂອງບັນດາບ້ວງເງິນກູ້ຂອງນັກສຶກສາ, ເຂົ້າຮ່ວມໃນສັນຍາດິນຟ້າອາກາດ ປີຣີ ຄືນໃໝ່ ແລະ ຍົກເລີກຄຳສັ່ງຫ້າມການໄປມາ ຂອງອຳນາດການປົກຄອງຂອງປະທານາທິບໍດີ ໂດໂນທຣຳ ກັບ 7 ປະເທດອິດສະລາມ. 

ຕອບກັບ

ຂ່າວ/ບົດ​ອື່ນ