ບັນດາທ້ອງຖິ່ນຂອງຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊື່ນເມື່ອເຫັນການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາຢ່າງດີງາມ.
ບັນດາທ້ອງຖິ່ນຂອງຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Motohiro Ono ຜູ້ວ່າການແຂວງ Saitama   (ພາບ: vov.vn)

ຕອນບ່າຍວັນທິ 11 ພະຈິກ, ຢູ່ຮ່າໂຮ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບທ່ານ Motohiro Ono ຜູ້ວ່າການແຂວງ Saitama  ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊື່ນເມື່ອເຫັນການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາຢ່າງດີງາມ, ຮອບດ້ານ, ໃນນັ້ນການພົວພັນລະຫວ່າງບັນດາທ້ອງຖິ່ນ ໄດ້ສວມບົດບາດສໍາຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ທ່ານ Motohiro Ono ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ແຂວງ Saitama  ກັບບັນດາທ້ອງຖິ່ນຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ກັບ ຍີ່ປຸ່ນ ເວົ້າລວມ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ຍີ່ປຸ່ນ ຈະບືນຕົວຂຶ້ນນໍາໜ້າໃນຂົງເຂດລົງທຶນຕ່າງປະເທດ ແລະ ການຄ້າຢູ່ຫວຽດນາມ, ໃນນັ້ນ ແຂວງ Saitama  ຈະແມ່ນແຂວງນໍາໜ້າໃນຂະບວນການດັ່ງກ່າວ.

        ທ່ານ Motohiro Ono ຢັ້ງຢືນວ່າ ແຂວງ Saitama  ຍາມໃດກໍຖືການພົວພັນກັບຫວຽດນາມ ເປັນສໍາຄັນ, ແຂວງຍາມໃດກໍ່ສ້າງເງື່ອນໄຂໃຫ້ຊາວຫວຽດນາມ ອາໄສ, ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ປະເທດປະຈໍາຖິ່ນ ພ້ອມທັງປາດຖະໜາວ່າ ສອງຝ່າຍຈະພ້ອມກັນຊຸກຍູ້ການຮ່ວມມືຢ່າງແຮງ ມຸ່ງໄປເຖິງອະນາຄົດຮຸ່ງເຮືອງສີວິໄລ ແລະ ໝັ້ນຄົງ. 

ຕອບກັບ

ຂ່າວ/ບົດ​ອື່ນ