ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າສູ່​ຊີ​ວິດ​ຕົວ​ຈິງໂດຍ​ໄວ

(VOVWORLD) -ທ່ານນາງ ຈ້ຽວທິທູເຟືອງ, ຫົວໜ້າຄະນະຊົນເຜົ່າແຂວງບັກກ້ານຕີລາຄາວ່າ, ບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືທ ແລະ ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນປະຖົມປັດໄຈ, ແມ່ນບ້າວກ້າວສຳຄັນເພື່ອໃຫ້ບັນດານະໂຍບາຍພັດທະນາຊົນເຜົ່າເຂດພູດອຍບັນລຸປະສິດທິຜົນສູງກ່ວາ. 
ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ການ​ນຳ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ເຂົ້າສູ່​ຊີ​ວິດ​ຕົວ​ຈິງໂດຍ​ໄວ - ảnh 1ທ່ານ ຫວູດ້າຍທັ໊ງ, ເລຂາຄະນະພັກແຂວງ ແຂວງກ໋ວາງບິ່ງ (ພາບ: baoquangbinh.vn)

ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ແຂວງກ໋ວາງບິ່ງ ໄດ້ຈັດ ກອງປະຊຸມເພື່ອປະກາດຂ່າວ ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່. ນະທີ່ນີ້, ທ່ານ ຫວູດ້າຍທັ໊ງ, ເລຂາຄະນະພັກແຂວງ ແຂວງກ໋ວາງບິ່ງ ໄດ້ຮຽກຮ້ອງໃຫ້ອົງຄະນະພັກໃນແຂວງ ສ້າງລາຍການ, ວາງແຜນກະທຳເພື່ອນຳມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ. ທ່ານກ່າວວ່າ:

        ກ່ອນອື່ນໝົດແມ່ນຕ້ອງຈັດຕັ້ງວຽກງານໂຄສະນາ, ເຊື່ອມຊຶມຈິດໃຈ, ມະຕິຂອງກອງປະຊຸມໃຫຍ່ໄປຍັງອົງຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໝົດທຸກຄົນ. ສ້າງບັນດາແຜນການ, ລາຍການໂດຍໄວ ເພື່ອຫັນບັນດາເນື້ອໃນ, ເປົ້າໝາຍ, ທິດທາງ, ໜ້າທີ່ຈຸດສຸມຂອງກອງປະຊຸມໃຫຍ່ເປັນລະອຽດ ເພື່ອຈັດຕັ້ງບັນດາແຜນການ, ບັນດາລາຍການກະທຳຢ່າງລະອຽດ ແລະ ເປັນພຶດຕິກຳຕົວຈິງ. ນຳມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍໄວ.

ທ່ານນາງ ຈ້ຽວທິທູເຟືອງ, ຫົວໜ້າຄະນະຊົນເຜົ່າແຂວງບັກກ້ານຕີລາຄາວ່າ, ບັນດາເນື້ອໃນທີ່ໄດ້ຮັບການປຶກສາຫາລືທ ແລະ ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນປະຖົມປັດໄຈ, ແມ່ນບ້າວກ້າວສຳຄັນເພື່ອໃຫ້ບັນດານະໂຍບາຍພັດທະນາຊົນເຜົ່າເຂດພູດອຍບັນລຸປະສິດທິຜົນສູງກ່ວາ. ທ່ານນາງກ່າວວ່າ:

        ບົນພື້ນຖານມະຕິຂອງກອງປະຊຸມໃຫຍ່, ບັກການຈະເປັນເສນາທິການຜັນຂະຫຍາຍມະຕິຂອງສະພາແຫ່ງຊາດກ່ຽວກັບການອະນຸມັດ ແຜນການພັດທະນາເສດຖະກິດ - ສັງຄົມສັງລວມເຂດພໍ່ແມ່ປະຊາຊົນ ຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 2030 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ