ບັນດາທ້ອງຖິ່ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ
ບັນດາທ້ອງຖິ່ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1ພາບປະກອບ: TTXVN

ຕາມທ່ານ ເຈິ່ນດຶກກວັນ, ເລຂາຄະນະພັກແຂວງ ເລິມດົ່ງແລ້ວ, ແຂວງເລິມດົ່ງໄດ້ຍູ້ແຮງການໂຄສະນາ, ເຜີຍແຜ່ບັນດາເນື້ອໃນພື້ນຖານ, ຫຼັກແຫຼ່ງໃນບັນດາເອກະພສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄປຍັງໝຸ່ຄະນະ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນແຂວງຢ່າງເລິກເຊິ່ງກວາງຂວາງ. ຜ່ານນັ້ນ, ລະດົມການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກຂັ້ນ, ທຸກຂະແໜງການ, ບັນດາພາກສ່ວນເສດຖະກິດ ແລະ ປະຊາຊົນທຸກຊັ້ນວັນນະ. ຄຽງຄູ່ກັນນັ້ນ ແມ່ນຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ຢູ່ທຸກຂັ້ນ, ທຸກຂະແໜງການ, ອົງການ, ຫົວໜ່ວຍ, ວິສາຫະກິດ, ບັນດາເຂດຊຸມຊົນ, ສ້າງບັນຍາກາດແຂ່ງຂັນກັນໃນທຸກຂົງເຂດ ເສດຖະກິດ - ສັງຄົມ.

ສ່ວນຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ, ທ່ານນາງ ເລຮົ່ງດ່າວ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ວິງລອງ ໃຫ້ຮູ້ວ່າ:

ແນວໂຮມປະເທດຊາດ ຫວຽດນາມ ແຂວງ ວິງລອງ ຈະຄົ້ນຄ້ວາເອກະສານຂອງກອງປະຊຸມໃຫຍ່ ຢ່າງລະອຽດເພື່ອກຫັນເປັນລະອຽດ, ຕິດພັນກັບພຶດຕິກຳຕົວຈິງ ແລະ ມີລັກສະນະເປັນໄປໄດ້ສູງ. ເພີ່ມທະວີວຽກງານໂຄສະນາຮັບປະກັນບັນດາພະນັກງານຂອງແນວໂຮມປະເທດຊາດ ເຂົ້າໃຈ ແລະ ກຳແໜ້ນບັນດາຈິດໃຈ ແລະ ເນື້ອໃນຂອງກອງປະຊຸມໃຫຍ່ ເພື່ອໂຄສະນາໃຫ້ແກ່ປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດມະຕິ.

        ໃນເຫດການທີ່ກ່ຽວຂ້ອງ, ອົງຄະນະພັກສະຖານທູດ ຫວຽດນາມ ປະຈຳອິນເດຍ ຫາກໍ່ຈັດຕັ້ງກອງປະຊຸມຮ່ຳຮຽນ, ເຊື່ອມຊື່ມ ແລະ ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 31 ຂອງພັກຕາມຮູບການທາງອອນລາຍ ສົມທົບກັບໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ