ບັນດາທ້ອງຖິ່ນຮັດແໜ້ນມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ບັນດາກຳລັງຈົ່ງເພີ່ມທະວີການຄຸ້ມຄອງຢູ່ເຂດແຍກຕົວລວມໝູ່, ປະຕິບັດບັນດາມາດຕະການເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດອອກສູ່ຊຸມຊົນຢ່າງຂ້ຽວຂາດ.
ບັນດາທ້ອງຖິ່ນຮັດແໜ້ນມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ແຂວງ ກອນຕຸມ ຮຽກຮ້ອງຍົກສູງການກ່າວເຕືອນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນ
(ພາບ: TTXVN)

ຕອນບ່າຍວັນທີ 31 ພຶດສະພາ, ທີ່ກອງປະຊຸມທາງອອນລາຍລະຫວ່າງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນຮ່າໂນ້ຍ ກັບບັນດາເມືອງ, ເທດສະບານເມືອງ, ທ່ານ ຈືຊວນຢຸງ, ຮອງປະທານຄະນະກຳມະການປະຊາຊົນ, ຮອງຫົວໜ້າຄະນະປະຈຳການຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ບັນດາກຳລັງຈົ່ງເພີ່ມທະວີການຄຸ້ມຄອງຢູ່ເຂດແຍກຕົວລວມໝູ່, ປະຕິບັດບັນດາມາດຕະການເພື່ອຫຼຸດຜ່ອນຄວາມສ່ຽງຕິດແປດອອກສູ່ຊຸມຊົນຢ່າງຂ້ຽວຂາດ. ພ້ອມກັນນັ້ນ ກໍ່ເພີ່ມທະວີການກວດກາ, ປັບໄໝບັນດາກໍລະນີລະເມີດ; ປຸກລະດົມ, ຍ້ອງຍໍຊົມເຊີຍບັນດາສ່ວນບຸກຄົນ, ອົງການຈັດຕັ້ງທີ່ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໄດ້ດີຢ່າງທັນການ…

ແລະກໍ່ໃນວັນດຽວກັນ, ໃນເອກະສານທາງການຮຽກຮ້ອງສືບຕໍ່ປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ ຢ່າງເຂັ້ມງວດ, ແຂວງ ກອນຕຸມ ກໍ່ໄດ້ຮຽກຮ້ອງຍົກສູງການກ່າວເຕືອນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນໃຫ້ຂຶ້ນສູ່ລະດັບສູງສຸດ; ຢຸດຕິບັນດາເຫດການ, ການເຄື່ອນໄຫວທີ່ເຕົ້າໂຮມຫຼາຍຄົນ, ບັນດາການເຄື່ອນໄຫວຕ່າງໆ, ພິທີຄວາມເຊື່ອຖືທາງສາສະໜາ; ຢຸດຕິບັນດາຮາກຖານການບໍລິການທີ່ບໍ່ຈຳເປັນໂດຍຊົ່ວຄາວ.

ໃນຂະນະນັ້ນ, ແຂວງ ກຽນຢາງ ກໍ່ຮຽກຮ້ອງວ່າ, ນັບແຕ່ເວລາ 0 ໂມງຂອງວັນທີ 31 ພຶດສະພາ ຮອດວັນທີິ 15 ມິຖຸນາ 2021, ບໍ່ໃຫ້ເຕົ້າໂຮມກັນຢູ່ສະຖາທີ່ສາທາລະນະກວ່າ 20 ຄົນ, ນອກຈາກສຳນັກງານ, ໂຮງຮຽນ, ໂຮງໝໍໃນບໍລິເວນແຂວງ. ທາງແຂວງກໍ່ຢຸດຕິຊົ່ວຄາວບັນດາການເຄື່ອນໄຫວຂົນສົ່ງຜູ້ໂດຍສານດ້ວຍລົດໃຫຍ່ຈາກແຂວງ ກຽນຢາງ ໄປນະຄອນໂຮ່ຈີມິນ ແລະ ກົງກັນຂ້າມ.

ຕອບກັບ

ຂ່າວ/ບົດ​ອື່ນ