ບັນ​ດາ​ທ້ອງ​ຖິ່ນ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ແຂວງ ເງະອານ ແລະ ແຂວງ ເທື່ອທຽນເຫວ້ ໄດ້ຜັນຂະຫຍາຍວຽກງານເລືອກຕັ້ງຢ່າງຕັ້ງໜ້າ, ເຂັ້ມງວດ ແລະ ຮັບປະກັນຕາມຄວາມຄືບໜ້າກໍຄືຂໍ້ກຳນົດທີ່ໄດ້ວາງອອກ. 
ບັນ​ດາ​ທ້ອງ​ຖິ່ນ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດານມ ຫງວຽນທິກິມເງິນເປັນປະທານກອງປະຊຸມຂອງສະພາເລືອກຕັ້ງແຫ່ງຊາດ (ພາບ: VGP)

ຕາມແຜນການແລ້ວ, ວັນທີ 28 ເມສາ, ຫວຽດນາມ ຈະປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງຢ່າງເປັນທາງການ ແລະ ວັນທີ 23 ພຶດສະພາ ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ໂດຍໄດ້ຢັ້ງຢືນວ່າ ວຽກງານດັ່ງກ່າວ ແມ່ນໜ້າທີ່ການເມືອງຈຸດສຸມຂອງທັງອົງຄະນະພັກ ແລະ ປະຊາຊົນໃນປີ 2021, ໄລ່ມາຮອດປັດຈຸບັນ, ແຂວງ ເງະອານ ແລະ ແຂວງ ເທື່ອທຽນເຫວ້ ໄດ້ຜັນຂະຫຍາຍວຽກງານເລືອກຕັ້ງຢ່າງຕັ້ງໜ້າ, ເຂັ້ມງວດ ແລະ ຮັບປະກັນຕາມຄວາມຄືບໜ້າກໍຄືຂໍ້ກຳນົດທີ່ໄດ້ວາງອອກ. ໄລ່ມາຮອດປັດຈຸບັນ, ນັບແຕ່ຂັ້ນແຂວງລົງຮອດຂັ້ນຕາແສງ ລ້ວນແຕ່ຈັດຕັ້ງສຳເລັດກອງປະຊຸມເຈລະຈາຄັ້ງທີ 1, ຮັບປະກັນຈຳນວນພາກສ່ວນຖືກຕ້ອງຕາມຂໍ້ກຳນົດ.  ບັນດາອົງການຈັດຕັ້ງ, ຫົວໜ່ວຍຕ່າງໆໃນບໍລິເວນແຂວງ ໄດ້ດຳເນີນຂັ້ນຕອນແນະນຳຜູ້ສະໝັກເລືອກຕັ້ງ ຮັບປະກັນມີຄຸນນະທາດ, ຄຸນສົມບັດ, ຄວາມເກັ່ງກ້າສາມາດ, ສົມເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອເຂົ້າຮ່ວມການສະໝັກເລືອກຕັ້ງ.

ເພື່ອໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານກະກຽມໃຫ້ແກ່ການເລືອກຕັ້ງ, ວັນທີ 3 ມີນາ, ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດຕັ້ງພິທີປຸກລະດົມການແຂ່ງຂັນພິເສດ ດ້ວຍຫົວຂໍ້ “ສາມັກຄີ, ປະດິດຄິດສ້າງ, ແຂ່ງຂັນກັນປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026”.

ຕອບກັບ

ຂ່າວ/ບົດ​ອື່ນ