ບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸ Mangkhut

ບັນດາທ້ອງຖິ່ນແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸ Mangkhut - ảnh 1
ພາຍຸໄດ້ກໍ່ໃຫ້ເກີດຝົນຕົກຫນັກຢູ່ພາກເຫນືອ
ພາບ:vnnews.vn


(vovworld)- ພາຍຫລັງ​ພັດ​ເຂົ້າ​​ເຂດດິນ​ຕໍ່​ແຜ່ນ​ໃນ​ຕອນ​ຄຳ່ວັນ​ທີ 7/8, ພາຍຸ Mangkhut ​ໄດ້​ຕົກ​ເປັນ​ລົມດັນ​ອາກາດ​ຕຳ່. ບັນດາ​ທ້ອງ​ຖິ່ນ​ຢູ່​ແຄມ​ທະ​ເລ​ພາກ​ເຫນືອ​ຫວຽດນາມ, ພິ​ເສດ​ຢູ່ 2 ​ແຂວງ​ຄື: ​ແທງ​ຮວາ, ນີງບີ່​ງ, ກຳລັງ​ປ້​ອງກັນ​ ​ແລະ ຕ້ານ​ພາຍຸ, ກູ້​ໄພ​ກູ້​ຊີບ ພວມ​ຮີບ​ເຮັ່ງ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ພາຍຸ. ທ່ານ ຫງວຽນ​ກວາຮວ່າງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມື​ອງ ​ເຫົ້າ​ໂລກ ​​ແຂວງ ​ແທງ​ຮວາໃຫ້​ຮູ້​ວ່າ:

        “ ຢູ່​ຕາ​ແສງ ງື​ໂລກ ມີ​ເຮືອນ​ຊານ​ຂອງ​ປະຊາຊົນ​ຈຳນວນ​ຫນຶ່ງ​ ​ແລະ ​ເຂດ​ຜະລິດປຸງ​ແຕ່ງ​ຢູ່​ທ່າ​ກຳ​ປັ່ນ ​ເຫົ້າ​ໂລກຖືກ​ເປ​ເພ. ພວກ​ຂ້າພະ​ເຈົ້າ​ພວມ​ສຸມ​ໃສ່​ຊີ້​ນຳພະນັກງານ​ເວນຍາມ​ຢູ່​ເຂດ​ຈຸດ​ສຸມ​ເພື່ອ​ຄົ້ນ​ພົບ​ເຫດການ​ເກີດ​ຂຶ້ນ​ໃນ​ທັນທີ, ພ້ອມທັງ​ຊີ້​ນຳສົ່ງ​ຕຳຫລວດ​ລົງ​ກວດກາ​ບັນດາ​ເສັ້ນທາງ​ຕ່າງໆທີ່​ມີ​ໄມ້​ຫັກ​ໂດຍ​ພາຍຸ​ກໍ່​ຂຶ້ນ.”

ຂ່າວ/ບົດ​ອື່ນ