(vovworld) - ວັນທີ 19/4 (ກົງກັບວັນທີ 10/3 ໄລ່ຕາມຈັນທະປະຕິທິນ ແມ່ນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ. ໃນຕອນເຊົ້າ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ແຂວງ ຟູເຖາະ, ຕາງຫນ້າໃຫ້ປະຊາຊົນໃນທົ່ວປະເທດ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ແຂວງຟູເຖາະພ້ອມກັບ 8 ແຂວງທີ່ຕາງຫນ້າໃຫ້ 3 ພາກເຫນືອ, ພາກກາງ ແລະ ພາກໃຕ້ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ. ເຂົ້າຮ່ວມພິທີ, ມີທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ລັດຖະມົນຕີກະຊວງຕຳຫລວດ ເຈີນດ້າຍກວາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮີ່ງດ໋າມ ພ້ອມກັບຕາງຫນ້າການນຳບັນດາກະຊວງ, ຄະນະ, ຂະແຫນງການ, ອົງການຢູ່ສູນກາງ ແລະ ປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດຫວຽດນາມ. ນະພິທີ, ທ່ານ ຮ່ວາງເຢີນມາກ, ເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຟູເຖາະ ໄດ້ສະແດງຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອອັນສະຫງ່າລາສີ ຂອງປະຫວັດສາດ 4000 ປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຂອງຊາດຫວຽດນາມ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານຮີ່ງດ໋າມປະທານຄະນະກຳມະການສູນກາງແນວໂຮມປະເທດຊາດພ້ອມດ້ວຍການນຳຂະແຫນງການ
ເຂົ້າຮ່ວມພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ
ພາບ:internet
|
ແລະກໍໃນຕອນເຊົ້າວັນດຽວກັນ, ນະຄອນໂຮ່ຈິມີນໄດ້ຈັດພິທີໄຫວ້ອາໄລເຈົ້າຊີວິດຮຸ່ງຢູ່ເຂດອາໄລຫາບັນດາເຈົ້າຊີວິດຮຸ່ງ,ສວນສາທາລະນະປະຫວັດສາດວັດທະນະທຳ
ຊົນຊາດ ເມືອງ 9 ນະຄອນໂຮ່ຈິມີນ. ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ, ບັນດາການນຳນະຄອນ ແລະ ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ. ບັນດາຄະນະການນຳສູນກາງ, ນະຄອນ, ພະແນກ, ຂະແຫນງການ ແລະ ປະຊາຊົນນັບພັນຄົນໄດ້ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ. ເພື່ອນ ເລຫືວຟຸກ, ຊາວຫນຸ່ມມາຈາກແຂວງ ລອງອານ ເວົ້າວ່າ:
“ມື້ນີ້ ແມ່ນມື້ທີ່ປະຊາຊົນທຸກຄົນໃນທົ່ວປະເທດຫວຽດນາມ ອາໄລຫາເຖິງບັນພະບຸລຸດ. ປະຈຸບັນ ຄົນຮຸ່ມຫນຸ່ມຄືພວກນ້ອງມາແຫ່ງນີ້ເພື່ອຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນເຖິງບັນດາເຈົ້າຊີວິດຮຸ່ງ ແລະ ໝັ້ນໝາຍຈະພະຍາຍາມຮຳ່ຮຽນເພື່ອປະກອບສ່ວນສ້າງສາປະເທດຊາດ.”