ບັນດານັກຊ່ຽວຊານ ກ່າວປະນາມວ່າ ຈີນລະເມີດກົດໝາຍສາກົນ ຢູ່ທະເລຕາເວັນອອກ, ນາບຂູ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ

(VOVWORLD) -        ຕອນຄໍ່າວັນທີ 19 ກັນຍາ, ຢູ່ສໍານັກງານສະຖາບັນພົວພັນສາກົນ Praha (IIR) ຂຶ້ນກັບກະຊວງການຕ່າງປະເທດ ເຊັກໂກ ໄດ້ດໍາເນີນກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ”. ກອງປະຊຸມດັ່ງກ່າວ ໂດຍ IIR ສົມທົບກັບມະຫາວິທະຍາໄລ Palacky Olomous (Czech) ຈັດຕັ້ງຂຶ້ນ.
ບັນດານັກຊ່ຽວຊານ ກ່າວປະນາມວ່າ ຈີນລະເມີດກົດໝາຍສາກົນ ຢູ່ທະເລຕາເວັນອອກ, ນາບຂູ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ - ảnh 1ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ” (ພາບ: TTXVN )

        ໃນບົດປະກອບຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານປະລິນຍາເອກ Bill Hayton ຊ່ຽວຊານຂັ້ນສູງສັງກັດໂຄງການອາຊີ - ປາຊີຟິກ, ສະຖາບັນ Chatham House (ອັງກິດ) ຖືວ່າ ເລື່ອງຈີນ ນໍາກໍ່າປັ່ນສໍາຫຼວດໄຮ້ຢາງ  8  ດ້ວຍການປ້ອງກັນຂອງກໍ່າປັ່ນຕໍາຫຼວດທະເລເຂົ້າເຂດເສດຖະກິດພິເສດຂອງ ຫວຽດນາມ (EEZ) ໄດ້ໃຫ້ເຫັນວ່າ  ຈີນ ໄດ້ນໍາໃຊ້ກໍາລັງແຮງຂອງປະເທດໃຫຍ່ ເພື່ອນາບຂູ່ ແລະ ບີບບັງຄັບບັນດາປະເທດໃນພາກພື້ນ ຍົກເລີກອໍານາດອະທິປະໄຕ ແລະ ສິດອໍານາດສານ ກໍຄືຜົນປະໂຫຍດອັນຊອບທໍາຂອງຕົນ. ນີ້ແມ່ນການກະທໍາລະເມີດກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ສະຫະພາບ ເອີຣົບ ຄວນເອົາໃຈໃສ່ເຖິງບັນຫາທະເລຕາເວັນອອກຫຼາຍກວ່າອີກ ເພື່ອສະກັດກັ້ນເລື່ອງກົດໝາຍສາກົນຖືກທໍາລາຍ.

        ໃນຂອບເຂດກອງປະຊຸມ, ທ່ານປະລິນຍາເອກ Takashi Hosoda ນັກຊ່ຽວຊານຄົ້ນຄວ້າ ກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ ຂຶ້ນກັບມະຫາວິທະຍາໄລ ສັງລວມ Charles (ເຊັກໂກ) ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປທີ່ເຄັ່ງຕຶງໃນປັດຈຸບັນຢູ່ທະເລຕາເວັນອອກ ທີ່ໄດ້ນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ທ່ານເນັ້ນໜັກວ່າ ບັນດາການກະທໍາ ພຽງລັງພັງຝ່າຍດຽວຂອງ ຈີນ ໄດ້ເຮັດໃຫ້ເພີ່ມຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ທ່ານກໍເນັ້ນໜັກຕື່ມອີກວ່າ ຈີນ ຕ້ອງເຄົາລົບປະຕິບັດຕາມກົດໝາຍ ແລະ ບັນດາມາດຕະຖານລວມຂອງສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ