ບັນດານັກລົງທຶນໃຫ້ຄຳໝັ້ນສັນຍາລົງທຶນ 9,7 ຕື້ປອນເຂົ້າໃນການເຕີບໂຕຂຽວຢູ່ ອັງກິດ

(VOVWORLD) -ບັນດານັກລົງທຶນແຖວໜ້າໃນໂລກ ເຫັນໄດ້ຄວາມສາມາດບົ່ມຊ້ອນຂອງການເຕີບໂຕ ແລະ ປ່ຽນແປງໃໝ່ຂອງຂະແໜງອຸດສາຫະກຳໃນອະນາຄົດຢູ່ ອັງກິດ.
ບັນດານັກລົງທຶນໃຫ້ຄຳໝັ້ນສັນຍາລົງທຶນ 9,7 ຕື້ປອນເຂົ້າໃນການເຕີບໂຕຂຽວຢູ່ ອັງກິດ - ảnh 1(ພາບປະກອບ: wobo-un.org)

ທີ່ກອງປະຊຸມສຸດຍອດການລົງທຶນທົ່ວໂລກຢູ່ ລອນດອນ, ໃນວັນທີ 19 ຕຸລາ, ບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ຕ່າງປະເທດໄດ້ໃຫ້ຄຳໝັ້ນສັນຍາລົງທຶນ 9,7 ຕື້ປອນເຂົ້າພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ພະລັງງານຢູ່ ອັງກິດ ໃນຄວາມມານະພະຍາຍາມທົ່ວໂລກ ແນໃສ່ຊຸກຍູ້ “ການເຕີບໂຕຂຽວ” ຂອງພື້ນຖານເສດຖະກິດນີ້.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ເນັ້ນໜັກວ່າ, ບັນດານັກລົງທຶນແຖວໜ້າໃນໂລກ ເຫັນໄດ້ຄວາມສາມາດບົ່ມຊ້ອນຂອງການເຕີບໂຕ ແລະ ປ່ຽນແປງໃໝ່ຂອງຂະແໜງອຸດສາຫະກຳໃນອະນາຄົດຢູ່ ອັງກິດ. ທ່ານຢືນຢັນວ່າ, ບ້ວງເງິນລົງທຶນໃໝ່ທີ່ມີມູນຄ່າ 9,7 ຕື້ປອນ ຈະຊຸກຍູ້ ອັງກິດ ຟື້ນຟູເສດຖະກິດ, ສ້າງວຽກເຮັດງານທຳນັບໝື່ນວຽກ ແລະ ຊ່ວຍຍົກລະດັບບັນດາເຂດໃນທົ່ວປະເທດອັງກິດ.

        ໃນວັນດຽວກັນ, ລັດຖະບານ ອັງກິດ ໄດ້ປະກາດ “ຍຸດທະສາດການປ່ອຍອາຍພິດເຮືອແກ້ວຈາວກັນ” ເພື່ອແນໃສ່ຫັນໄປສູ່ພື້ນຖານເສດຖະກິດປອດກາກບອນ.

ຕອບກັບ

ຂ່າວ/ບົດ​ອື່ນ