ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ​ທີ່ບໍ່​ກັບ​​ມາປະ​ເທດ​ໃນ​​ໄ​ລຍະ​ເກີດໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -  ໃນຂະນະທີ່ຊາວຫວຽດນາມ ນັບຫຼາຍພັນຄົນໄດ້ກັບມາປະເທດ, ນັກສຶກສາຫວຽດນາມ ຢູ່ລາວ ສ່ວນຫຼາຍຍັງມີຄວາມອ່ຽນໃຈຢູ່ປະເທດລາວ. ເຂົາເຈົ້າໄດ້ມີຄວາມໄວ້ວາງໃຈ ແລະ ປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການປ້ອງກັນຕ້ານໂລກລະບາດຂອງຂະແໜງສາທາລະນະສຸກລາວ.
ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ​ທີ່ບໍ່​ກັບ​​ມາປະ​ເທດ​ໃນ​​ໄ​ລຍະ​ເກີດໂລກ​ລະ​ບາດ​ໂຄວິດ-19 - ảnh 1

  ທ້າວ ດັ້ງຕວ໊ນກິ່ງ ຫົວໜ້າຄະນະນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ແບ່ງປັນວ່າ:

   ໃນບັ້ນປ້ອງກັນຕ້ານໂລກລະບາດໂຄວິດ-19, ນອກຈາກຄວາມມານະພະຍາຍາມຂອງຕົນແລ້ວ, ລາວ ຍັງໄດ້ຮັບການຊ່ວຍເຫຼືອຈາກປະເທດຕ່າງໆກ່ຽວກັບເຄື່ອງວັດຖຸ, ອຸປະກອນການແພດ. ສະນັ້ນ, ພວກນ້ອງກໍ່ມີຄວາມອຸ່ນອ່ຽນໃຈຕໍ່ຄວາມສາມາດປິ່ນປົວຂອງຂະແໜງສາທາລະນະສຸກລາວ.

  ຄະນະບໍລິຫານຄະນະນັກສຶກສາຫວຽດນາມ ຢູ່ລາວ ໄດ້ຈັດບັນດາການເຄື່ອນໄຫວໃນຂອບເຂດຫໍພັກ, ໂຄສະນາໃຫ້ສະມາຊິກທຸກຄົນຈຳກັດການໄປມາ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການປ້ອງກັນໂລກລະບາດ, ຮ່ຳຮຽນ, ຫຼີ້ນກິລາ, ໂຄສະນາການປ້ອງກັນຕ້ານໂລກລະບາດ, ປຸກລະດົມການປະກອບຜ້າອັດປາກເພື່ອເອົາໄປແຈກຢາຍຟຣີໃຫ້ຜູ້ຜ່ານທາງ….

ຕອບກັບ

ຂ່າວ/ບົດ​ອື່ນ