ບັນດານັກສັງເກດການສະຫະປະຊາຊາດ ສືບຕໍ່ເດີນທາງອອກຈາກ ຊີຣີ

ບັນດານັກສັງເກດການສະຫະປະຊາຊາດ ສືບຕໍ່ເດີນທາງອອກຈາກ ຊີຣີ  - ảnh 1
ບັນດານັກສັງເກດການສະຫະປະຊາຊາດ ສືບຕໍ່ເດີນທາງອອກຈາກ ຊີຣີ
(ພາບ: tinmoi.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 21/8, ບັນດາ​ລົດ​ທີ່​ຂົນ​ສົ່ງ​ສະມາຊິກ​ຜູ້​ສຸດ​ທ້າຍຂອງ​ຄະນະ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດຢູ່ ຊີຣີ ​ໄດ້​ອອກ​ຈາກ Damacus ​ເພື່ອ​ໄປ​ຍັງ​ນະຄອນຫຼວງ Beirut ຂ​ອງ Lebanon. ພາຍຫຼັງ 4 ​ເດືອນ​ປະຕິບັດ​ພາລະ​ກຳ​ຕິດ​ຕາມ​ກວດກາ​ຄຳ​ສັ່ງ​ຢຸດ​ຍິງ​ລະຫວ່າງ​ກອງທັບ​ລັດຖະບານຂ​ອງປະທານາທິບໍ Bashar Al Assad ​ແລະ ຝ່າຍ​ຄ້ານ​ໃນ​ທົ່ວ​ປະ​ເທດ​ແຕ່​ບໍ່​ບັນລຸ​ຜົນ​ສຳ​ເລັດ, ວັນ​ທີ 19/8, ນັກ​ສັງ​ເກດ​ການການ​ທະຫານ​ທັງ​ໝົດ​ເຊິ່ງລວມມີ 300 ທ່ານ​ຂ​ອງສະຫະ​ປະຊາ​ຊາດ ​ໄດ​້ຢຸດຕິ​ທຸກໆ​ວຽກ​ງານ​ຂອງ​ຕົນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຕາມ​ແຜນການ​ແລ​້ວ, ນັກ​ສັງ​ເກດ​ການຜູ້​ສຸດ​ທ້າຍຈະ​ເດີນທາງ​ອອກ​ຈາກ ຊີຣີ ຊ້າ​ທີ່​ສຸດ​ແມ່ນ​ວັນ​ທີ 24/8 ຈະ​ມາ​ເຖິງ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ Qadri Jamil, ຮອງ​ນາຍົກລັດຖະມົນຕີ ຊີຣີ, ຮັບ​ຜິດ​ຊອບ​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ ປະກາດ​ວ່າ: ຊີຣີ ພ້ອມ​ແລ​້ວທີ່​ຈະ​ປຶ​ກສາ​ຫາລື​ເລື່ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ປະທານາທິບໍດີ Bashar al Assad, ​ເພື່ອ​ແນ​ໃສ່​ຢຸດຕິ​ສະພາບ​ການ​ນອງ​ເລືອດ​​ເຊິ່ງ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 23.000 ຄົນ​ໃນ​ຕະຫຼອດ 17 ​ເດືອນ​ຜ່ານ​ມາ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Jamil ກໍ​ປະຕິ​ເສດ​ເລື່ອງ​ທ່ານ​ປະທານາທິບໍດີ Al Assad ລາ​ອອກ​ຈາກ​ຕຳ​​ແໜ່​ງບໍ່​ແມ່ນ​ເງື່ອນ​ໄຂ​ທີ່​ບັນດາ​ການ​ເຈລະຈາ​ໃນ​ອະນາຄົດ​ຄື: ຝ່າຍ​ຄ້ານ, ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕ​າ​ເວັນ​ຕົກ ຮຽກຮ້ອງ.

ຂ່າວ/ບົດ​ອື່ນ