ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
|
(vovworld)- ວັນທີ 16/1, ຢູ່ ຮ່າໂນ້ຍ ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບວາລະສານກອມມູນິດ ຈັດຕັ້ງກອງປະຊຸມສຳມະນາ “ບັນດາບັນຫາທິດສະດິກ່ຽວກັບວຽກງານແມ່ຍິງຢູ່ຫວຽດນາມໃນສະພາບການໃຫມ່”. ກອງປະຊຸມສຳມະນາດັ່ງກ່າວສະຫລຸບເບື້ອງຕົ້ນບັນດາບັນຫາທິດສະດີກ່ຽວກັບວຽກງານແມ່ຍິງ, ມອບສິດໃຫ້ແກ່ແມ່ຍິງ, ໄຈ້ແຍກບັນດາທັດສະນະ, ນະໂຍບາຍກ່ຽວກັບວຽກງານແມ່ຍິງ, ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນບັນດາຂົງເຂດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກບັນດາພື້ນຖານທິດສະດີ ແລະ ສະຫລຸບພຶດຕິກຳເນື້ອໃນພື້ນຖານຂອງວຽກງານແມ່ຍິງຊື່ງລວມມີ: ບັນດາບັນຫາທິດສະດີກ່ຽວກັບແມ່ຍິງ ແລະ ວຽກງານຂອງແມ່ຍິງ, ສະພາບການ, ການກະທຳຜົນສະທ້ອນເຖິງຄວາມຮຽກຮ້ອງການປ່ຽນໃຫມ່ໃນວຽກງານແມ່ຍິງ, ບັນດາບັນຫາລະອຽດກ່ຽວກັບສິດຂອງແມ່ຍິງ ແລະ ການປ່ຽນໃຫມ່ວຽກງານຂອງສະຫະພັນແມ່ຍິງ.