ບັນ​ດາ​ປະ​ເທດ G20 ມີ​ການ​ເຕີບ​ໂຕ​ຊ້າ​ລົງ​ໃນ​ໄຕ​ມາດ​ທີ່​ຜ່ານ​ມາ

(VOVWORLD) -ພື້ນຖານເສດຖະກິດແຖວໜ້າໂລກແມ່ນ ອາເມລິກາ ການເຕີບໂຕບັນລຸລະດັບ 1,6%, ເພີ່ມຂຶ້ນ 0,1% ເມື່ອທຽບກັບໄຕມາດທີ I. ສະຫະພາບເອີລົບ (EU) ຢັ້ງຢືນ GDP ເພີ່ມຂຶ້ນ 2,1%.
ບັນ​ດາ​ປະ​ເທດ G20 ມີ​ການ​ເຕີບ​ໂຕ​ຊ້າ​ລົງ​ໃນ​ໄຕ​ມາດ​ທີ່​ຜ່ານ​ມາ - ảnh 1ພາບປະກອບ: AFP/TTXVN

ໃນໄຕມາດທີ II ທີ່ຜ່ານມາ, ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ເພີ່ມຂຶ້ນພຽງແຕ່ 0,4%, ຫຼຸດລົງເມື່ອທຽບກັບລະດັບເພີ່ມຂຶ້ນ 0,9% ໃນໄຕມາດທີ I. ເຖິງຢ່າງໃດກໍຕາມ, ລະຫວ່າງບັນດາປະເທດ ແລະ ກຸ່ມປະເທດມີອັດຕາຟື້ນຟູເສດຖະກິດແຕກຕ່າງກັນ.

ບົດລາຍງານທີ່ໄດ້ປະກາດໃນວັນທີ 15 ກັນຍາ ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໃຫ້ຮູ້ວ່າ ທຽບກັບໄຕມາດສຸດທ້າຍຂອງ ປີ 2019 - ໂດຍແມ່ນຈຸດເວລາໂລກລະບາດໂຄວິດ - 19 ຍັງບໍ່ທັນແຜ່ລະບາດໃນທົ່ວໂລກ, ໃນໄຕມາດທີ່ຜ່ານມາ, GDP ຂອງບັນດາປະເທດ G20 ໄດ້ເພີ່ມຂຶ້ນ 0,7% ຊື່ງໃນນັ້ນ ຈີນ ແມ່ນປະເທດນຳໜ້າໃນການເຕີບໂຕ.

ພື້ນຖານເສດຖະກິດແຖວໜ້າໂລກແມ່ນ ອາເມລິກາ ການເຕີບໂຕບັນລຸລະດັບ 1,6%, ເພີ່ມຂຶ້ນ 0,1% ເມື່ອທຽບກັບໄຕມາດທີ I. ສະຫະພາບເອີລົບ (EU) ຢັ້ງຢືນ GDP ເພີ່ມຂຶ້ນ 2,1%.

ຕອບກັບ

ຂ່າວ/ບົດ​ອື່ນ