ບັນດາປະເທດ ອາຊຽນ ມີເປົ້າໝາຍພັດທະນາລວມ

(VOVWORLD) - ກອງປະຊຸມເພື່ອແນໃສ່ສະໜອງຂໍ້ມູນຂ່າວສານອັບເດັດກ່ຽວກັບວິວັດທະນາການພັດທະນາຂອງ ອາຊຽນ ໃນສະພາບການທີ່ປະຊາຄົມພວມມີບັນດາບາດກ້າວໃໝ່ເພື່ອມຸ່ງໄປເຖິງປະຊາຄົມ ອາຊຽນ ພັດທະນາແບບຍືນຍົງ ແລະ ເພື່ອປະຊາຊົນ.

ຕອນຄ່ຳວັນທີ 11 ທັນວາ, ກະຊວງການຕ່າງປະເທດ ອິນໂດເນເຊຍ ໄດ້ຈັດຕັ້ງການພົບປະກັບບັນດາເຈົ້າໜ້າທີ່ການທູດ, ຄະນະເລຂາ ອາຊຽນ, ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການທູຕານຸຸທຸດປະຈຳ ອາຊຽນ, ຜູ້ຕາງໜ້າບັນດາອົງການຂອງ ອາຊຽນ (ສູນ AHA, ກອງທຶນ ອາຊຽນ, AIPR, AICHR). ກອງປະຊຸມເພື່ອແນໃສ່ສະໜອງຂໍ້ມູນຂ່າວສານອັບເດັດກ່ຽວກັບວິວັດທະນາການພັດທະນາຂອງ ອາຊຽນ ໃນສະພາບການທີ່ປະຊາຄົມພວມມີບັນດາບາດກ້າວໃໝ່ເພື່ອມຸ່ງໄປເຖິງປະຊາຄົມ ອາຊຽນ ພັດທະນາແບບຍືນຍົງ ແລະ ເພື່ອປະຊາຊົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Jose Tavares, ຫົວໜ້າກົມໃຫຍ່ຮ່ວມມືສາກົນ ອາຊຽນ, ຫົວໜ້າ SOM ASEAN ຂອງ ອິນໂດເນເຊຍ ໄດ້ທົບທວນຄືນບັນດາບາດກ້າວເປັນໜ້າຊືນຊົມໃນປີ 2018 ຂອງປະຊາຄົມນີ້. ທ່ານ Tavares ໄດ້ເນັ້ນໜັກວ່າ: ບັນດາປະເທດ ອາຊຽນ ມີການຮ່ວມມືແໜ້ນແຟ້ນກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ກໍ່ຄືໃນຂົງເຂດວັດທະນະທຳ - ສັງຄົມ. ກ່ຽວກັບຂອບຂະໜາດ, ອາຊຽນ ແມ່ນພື້ນຖານເສດຖະກິດໃຫຍ່ທີ 6 ໃນໂລກ. ປະຈຸບັນ, ມີຫຼາຍພື້ນຖານເສດຖະກິດໃນພາກພື້ນ ພວມເຕີບໂຕເປັນປົກກະຕິພໍສົມຄວນ. ໃນປີ 2018, ບັນດາປະເທດສະມາຊິກ ອາຊຽນ ແລະ 6 ປະເທດຄູ່ຮ່ວມມືໄດ້ຜັນຂະຫຍາຍສຳເລັດ ແລະ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງເມື່ອສ້າງຕັ້ງເຂດການຄ້າເລລີມີຂອບຂະໜາດໃຫຍ່ສຸດໃນໂລກໃນສະພາບທີ່ຍັງມີສິ່ງກີດຂວາງຫຼາຍຢ່າງທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ວິວັດການຫັນເປັນໂລກາພິວັດ ແລະ ການຄ້າເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ