ບັນດາປະເທດ ອາຊຽນ ແລະ ອີຢູ ຕັ້ງໜ້າຍູ້ແຮງການຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

(VOVWORLD) -  ວັນທີ 20 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ດ້ວຍບົດບາດເປັນປະທານ ອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອີຢູ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດ Covid-19.
ບັນດາປະເທດ ອາຊຽນ ແລະ ອີຢູ ຕັ້ງໜ້າຍູ້ແຮງການຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ (ພາບ: VGP)

        ກອງປະຊຸມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ອີຢູ, ເຊິ່ງແມ່ນ 2 ອົງການຈັດຕັ້ງພາກພື້ນແຖວໜ້າ, ໃນການສົມທົບກັນຮັບມືກັບໂລກພະຍາດພວມແຜ່ລະບາດຢ່າງແຮງໃນໂລກ. 2 ຝ່າຍກໍ່ໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບການ, ບັນດາມາດຕະການທີ່ພວມ ຜັນຂະຫຍາຍຂອງແຕ່ລະຝ່າຍ ເພື່ອຄວບຄຸມ, ສະກັດກັ້ນໂລກລະບາດ Covid-19. ບັນດາປະເທດ ອາຊຽນ ແລະ ອີຢູ ຢັ້ງຢືນເຖິງ ນ້ຳໃຈສາມັກຄີກັນ, ຈະຕັ້ງໜ້າຍູ້ແຮງການຮ່ວມມືຢ່າງແໜ້ນແຟ້ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ; ມານະພະຍາຍາມຮັກສາການພົວພັນແລກປ່ຽນດ້ານການຄ້າ, ການລົງທຶນ, ຄິດໄລ່ເຖິງບັນດາມາດຕະການໄລຍະຍາວ ເພື່ອຟື້ນຟູການພັດທະນາເສດຖະກິດ…

        ໃນບົດບາດເປັນປະທານ ອາຊຽນ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມໃນການຮັບມືຢ່າງເປັນເຈົ້າການ, ທັນການຂອງ ອາຊຽນ ເມື່ອໂລກລະບາດເກີດຂຶ້ນຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຂອງ ອາຊຽນ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ຍູ້ແຮງການຮ່ວມຢ່າງແໜ້ນແຟ້ນກັບບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືຂອງ ອາຊຽນ, ອົງການອະນາໄມໂລກ ແລະ ປະຊາຄົມສາກົນ ແນໃສ່ຍູ້ໂລກລະບາດ Covid-19 ໃຫ້ຖອຍໄປ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມສະຫງົບສຸກ ແລະ ພັດທະນາເປັນປົກກະຕິຂອງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ