ບັນດາປະເທດຄວນສືບຕໍ່ຄັດຄ້ານການກະທຳຜິດພາດຂອງຈີນຢູ່ທະເລຕາເວັນອອກ

(VOVWORLD) -“ການກະທຳຜິດພາດຂອງຈີນ ຢູ່ ທະເລຕາເວັນອອກ ພວມກໍ່ຜົນກະທົບບໍ່ດີເຖິງທົ່ວພາກພື້ນ. ບັນດາປະເທດ ແລະ ຫວຽດນາມ ຄວນມີທ່າທີ່ຈະແຈ້ງໃນບັນຫານີ້.

 ນີ້ແມ່ນຂໍ້ສັງເກດຂອງ ສາດສະດາຈານ John Rennie Short ສັງກັດ ມະຫາວິທະຍາໄລ Maryland ອາເມລິກາ ຍົກອອກມາໃນສະພາວະ ຈີນ ມີການກະທຳກໍ່ຄວາມເຄັ່ງຕຶງປີນຂັ້ນໄດ ຢູ່ ທະເລຕາເວັນອອກ ເຮັດໃຫ້ສະພາບການພາກພື້ນຂາດສະຖຽນລະພາບຢ່າງລຽນຕິດ.

ຕາມສາດສະດາຈານແລ້ວ, ບັນດາການກະທຳຂອງຈີນ ໄດ້ລະເມີດອະທິປະໄຕຂອງບັນດາປະເທດຄື:  ຫວຽດນາມ, ຟີລີບປີນ, ມາເລເຊຍ.. ບົນທະເລຕາເວັນອອກ ແມ່ນສິ່ງບໍ່ອາດຮັບຮູ້ໄດ້. ສະນັ້ນ ຫວຽດນາມ ແລະ ບັນດາປະເທດ ຄວນສືບຕໍ່ອອກສຽງຄັດຄ້ານເພື່ອເຮັດໃຫ້ປະຊາຄົມສາກົນມີຄວາມເຂົ້າໃຈຢ່າງຈະແຈ້ງກວ່າ ແລະ ສະກັດກັ້ນ ຄວາມມັກໃຫຍ່ໃຝ່ສູງຂອງຈີນ ຢູ່ ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ