ບັນດາປະເທດສືບຕໍ່ສົ່ງສານອວຍພອນທ່ານປະທານປະເທດ ຫງວຽນຝູຈ້ອງ

(VOVWORLD) -ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະພາແຫ່ງຊາດຫວຽດນາມຊຸດທີ 14 ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

        ເນື່ອງໃນໂອກາດ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະພາແຫ່ງຊາດຫວຽດນາມຊຸດທີ 14 ເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ການນໍາຫຼາຍປະເທດໃນໂລກ ສືບຕໍ່ໄດ້ສົ່ງຈົດໝາຍ ແລະ ສານອວຍພອນ. ທ່ານ Elizabeth II ລາຊິນາປະເທດອັງກິດ ໄດ້ສົ່ງສານອວຍພອນທ່ານປະທານປະເທດ ຫງວຽນຝູຈ້ອງ ພ້ອມທັງປາດ ຖະໜາຢາກເພີ່ມທະວີການພົວອັນດີງາມລະຫວ່າງສອງປະເທດ. ນອກຈາກນັ້ນ, ຍັງມີພະເຈົ້າຈັກກະພັດແບນຊິກ Can Carl Gustaf R, ທ່ານ Mahmoud Abbas ປະທານາທິບໍດີ, ປະທານຄະນະບໍລິຫານງານສູນກາງ ອົງການປົດປ່ອຍ ປາແລດສະຕິນ ແລະ ທ່ານ Shavkat Mirziyoyev ປາທານາທິບໍດີ ອຸດສະເບກິດສຕານ ກໍໄດ້ສົ່ງສານອວຍພອນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ