ບັນດາປະເທດສະມາຊິກ CPTPP ຊັ່ງຊາເລື່ອງຈັດຕັ້ງກອງປະຊຸມລັດຖະມົນຕີທາງອອນລາຍ

(VOVWORLD) -11 ປະເທດສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ພວມຊັ່ງຊາຄວາມສາມາດອາດຈະຈັດກອງປະຊຸມລັດຖະມົນຕີທາງອອນລາຍ.
ບັນດາປະເທດສະມາຊິກ CPTPP ຊັ່ງຊາເລື່ອງຈັດຕັ້ງກອງປະຊຸມລັດຖະມົນຕີທາງອອນລາຍ - ảnh 1 (ພາບປະກອບ: Reuters/TTXVN)

ທ່ານ Nishimura Yasutoshi, ລັດຖະມົນຕີກະຊວງຟື້ນຟູເສດຖະກິດຍີ່ປຸ່ນ ໃຫ້ຮູ້ວ່າ, 11 ປະເທດສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ພວມຊັ່ງຊາຄວາມສາມາດອາດຈະຈັດກອງປະຊຸມລັດຖະມົນຕີທາງອອນລາຍ. ກ່າວຄຳເຫັນໃນວັນທີ 14 ມິຖຸນາ, ທ່ານລັດຖະມົນຕີ Nishimura Yasutoshi ສະແດງຄວາມຫວັງວ່າ, ບັນດາປະເທດເຂົ້າຮ່ວມກອງປະຊຸມຈະປຶກສາຫາລືກ່ຽວກັບເລື່ອງປັບປຸງລະບົບສະໜອງໃຫ້ທົ່ວໂລກທີ່ພວມຖືກຕັດຕອນ ຍ້ອນການແຜ່ລະບາດຂອງເຊື້ອໂຄວິດ-19. ປະຈຸບັນ, ໂລກພວມອາໄສ ຈີນ ກ່ຽວກັບການສະໜອງເຄື່ອງອາໄຫຼ່ ເປັນສ່ວນໃຫຍ່.

        ກ່ອນໜ້ານັ້ນ, 11 ປະເທດສະມາຊິກ ໄດ້ສ້າງແຜນການຈັດຕັ້ງກອງປະຊຸມຂອງຄະນະກຳມະການ CPTPP ຂັ້ນລັດຖະມົນຕີຢູ່ ເມັກຊີໂກ ໃນເດືອນ ສິງຫາ 2020. ແຕ່ຍ້ອນສະພາບແຜ່ລະບາດຂອງເຊື້ອໂຄວິດ-19, ສະນັ້ນຍາກທີ່ຈະຈັດກອງປະຊຸມໃນຈຸດເວລານີ້. ບັນດາປະເທດສະມາຊິກ CPTPP ພວມຄົ້ນຄວ້າບັນດາທິດທາງເພື່ອຈັດກອງປະຊຸມທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ