ບັນ​ດາ​ປະ​ເທດ​ສະ​ມາ​ຊິກ WHO ຍົກ​ໃຫ້​ເຫັນ​ບົດ​ບາດ​ຂອງ​ຄວາມ​ສາ​ມັກ​ຄີໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) - ໂລກພວມຮັບຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຍ້ອນວ່າ ຫຼາຍປະເທດພວມບໍ່ສົນໃຈຄຳກ່າວເຕືອນຂອງອົງການອະນາໄມໂລກ (WHO) ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ WHO ຍົກ​ໃຫ້​ເຫັນ​ບົດ​ບາດ​ຂອງ​ຄວາມ​ສາ​ມັກ​ຄີໃນ​ການ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1ພະນັກງານພົ່ນຢາຂ້າເຊື້ອເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ Covid – 19 ຢູ່ລັດເຊຍ

(ພາບ: THX/ TTXVN)

ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຄັ້ງທຳອິດ ຂອງ ສະພາການແພດໂລກ ຂອງ WHO ດ້ວຍຈຸດສຸມແມ່ນໂລກລະບາດ Covid – 19 ທີ່ໄດ້ດຳເນີນໃນວັນທີ 18 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນບົດບາດຂອງ WHO ເມື່ອເນັ້ນໜັກວ່າ ອົງການນີ້ “ບໍ່ສາມາດປ່ຽນແທນໄດ້” ແລະ ຖືວ່າ WHO ຄວນເພີ່ມເຕີມບັນດາແຫຼ່ງກຳລັງອັນໃຫຍ່ຫຼວງກ່ວາອີກເພື່ອໜູນຊ່ວຍໃຫ້ແກ່ບັນດາປະເທດພວມພັດທະນາ.

ແລະກໍ່ໃນວັນດຽວກັນ, ທ່ານ Tedros Adhanom ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນວ່າ ຈະຊຸກຍູ້ບັ້ນຕີລາຄາພິເສດສຳລັບວິວັດການຮັບມືກັບໂລກລະບາດ Covid – 19 ຂອງອົງການນີ້ “ໃນຈຸດເວລາທີ່ເໝາະສົມທີ່ສຸດ”. ພ້ອມທັງທ່ານກໍ່ຮຽກຮ້ອງໃຫ້ບັນດາຝ່າຍຕີລາຄາຢ່າງໂປ່ງໃສ ແລະ ມີຄວາມຮັບຜິດຊອບ ແລະ ຖືວ່າ ວິວັດການຕີລາຄາຕ້ອງມີຄວາມຮັບຜິດຊອບຂອງບັນດາຝ່າຍທີ່ເຂົ້າຮ່ວມຢ່າງມີເຈດຕະນາດີ.

ຕອບກັບ

ຂ່າວ/ບົດ​ອື່ນ