ບັນດາປະເທດອາຊຽນ ປຶກສາຫາລືການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ບັນດາປະເທດອາຊຽນ ປຶກສາຫາລືການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
ທ່ານ ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ
(ພາບປະກອບ)

(vovworld) - ວັນ​ທີ 27 ສິງຫາ, ບັນດາ​ຄະນະ​ຜູ້ແທນການ​ທະຫານ​ຂັ້ນ​ສູງ​ອາ​ຊຽນ ​ແລະ ບັນດາປະ​ເທດ​ຄູ່​ຮ່ວມ​ມື, ຄູ່ເຈລະຈາ ​ໄດ້​ໄປ​ຮອດ Bandar Seri Begawan, ປະ​ເທດ ບຮຸ​ໄນ, ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ 2 ຝ່າຍ​ຕ່າງໆ ​ແລະ ກອງ​ປະຊຸມ​ປ້ອງ​ກັນຊາ​ດພາກພື້ນ, ​ເຊິ່ງດຳ​ເນີນ​​ໃນ​ລະຫວ່າງ​ວັນ​ທີ 27 – 28 ສິງຫາ. ຄະນະ​ຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ. ຕາມ​ແຜນການ, ບັນດາ​ຄະນະຜູ້ແທນ​ອາ​ຊຽນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມວົງ​ແຄບ ​ແມ່ນ ກອງ​ປະຊຸມ​ວົງແຄບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປ້ອງ​ກັນຊາດອາ​ຊຽນ (ADSOM Retrat) ​ໃນ​ວັນ​ທີ 27 ສິງຫາ ​ແລະ ກອງ​ປະຊຸມ​ວົງ​ແຄບບັນດາ​ປະ​ເທດ​ອາ​ຊຽນ (ADMM Retrat). ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້. ນອກ​ນັ້ນ, ຄາດ​ວ່າ​ບັນດາ​ຜູ້​ແທນ​ກໍ່ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ອາ​ຊຽນ - ອາ​ເມ​ລິ​ກາ ​ແລະ ​ການ​ພົບ​ປະ 2 ຝ່າຍ​ອື່ນໆ​ອີກ.
ຂ່າວ/ບົດ​ອື່ນ